(vovworld) – ວັນທີ 26/05, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 2 ສະມາຄົມມິດຕະພາບຫວຽດນາມ - ແດນມາກ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານໃໝ່ ລວມມີຜູ້ແທນ 63 ທ່ານ. ທ່ານເຈີ່ນຮົ່ງຮ່າ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິງແວດລ້ອມຫວຽດນາມ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ແດນມາກ ອາຍຸການ 2014 – 2019. ກ່າວຄຳເຫັນຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່, ທ່ານນາງຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫງວຽນທິຫ່ວາງເວີນ ເນັ້ນໜັກເຖິງການປະກອບສ່ວນຢ່າງຕັ້ງໜ້າຂອງສະມາຄົມມິດຕະພາບຫວຽດນາມ - ແດນມາກ ເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນໄລຍະຜ່ານມາ; ໃນນັ້ນມີບັນດາການເຄື່ອນໄຫວພົບປະແລກປ່ຽນ, ເປັນຂົວຕໍ່ມິດຕະພາບ ແລະ ການຮ່ວມມື, ປະກອບສ່ວນເຊື່ອມຈອດ ແລະ ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງປະຊາຊົນ 2 ປະເທດ.