ກອງປະຊຸມໃຫ່ຍສະຫະ ພັນຊາວໜຸ່ມນະຄອນ ຮ່າໂນ້ຍ
(ພາບ:vov)
(vovworld)- ກອງປະຊຸມໃຫ່ຍສະຫະພັນຊາວໜຸ່ມນະຄອນຮ່າໂນ້ຍ ຄັ້ງທີ 6 ອາຍຸການ 2014-2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 26/10. ດ້ວຍຫົວເລື່ອງ: “ເສີມຂະຫຍາຍມູນເຊື້ອອະລິຍະທຳນັບພັນປີແຫ່ງວິລະຊົນ, ຊາວໜຸ່ມຮ່າໂນ້ຍ ມີຄຸນນະທາດ, ພູມປັນຍາ, ສາມັກຄີ, ສະໝັກໃຈປະກອບສ່ວນສ້າງສານະຄອນຫຼວງ ແລະ ປະເທດຊາດໃຫ້ຮັ່ງມີ, ສວຍງາມ, ສີວິໄລ, ທັນສະໄໝ“ ແລະ ດ້ວຍຈິດໃຈ “ສາມັກຄີ, ປະຊາທິປະໄຕ, ພູມປັນຍາ, ປ່ຽນໃໝ່“ ນັ້ນ, ກອງປະຊຸມໃຫ່ຍແມ່ນເວທິປາໄສເພື່ອໃຫ້ສະມາຊິກ, ຊາວໜຸ່ມປຶກສາຫາລື, ວາງງອອກທິດທາງ, ໜ້າທີ່ວຽກງານຂອງສະຫະພັນຊາວໜຸ່ມ ແລະ ຂະບວນການຊາວໜຸ່ມນະຄອນໃນ 5 ປີຂ້າງໜ້າ. ກ່າວຄຳເຫັນທີ່ກອງປະຊຸມໃຫ່ຍ, ທ່ານຫງວຽນເທຖາວ, ປະທານຄະນະກຳມະການ ປຊຊ ນະຄອນຮ່າໂນ້ຍ ເນັ້ນໜັກວ່າ:
“ສະຫະພັນຊາວໜຸ່ມຕ້ອງເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນອັນໃຫ່ຍຫຼວງຂອງຕົນ, ສ້າງເປັນຂະບວນການເຄື່ອນໄຫວປະຕິວັດຢ່າງແຮງ, ຕໍ່ເນື່ອງ, ຮອບດ້ານ, ເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ສ້າງສະຫະພັນຊາວໜຸ່ມນະຄອນໝັ້ນຄົງເຂັ້ມແຂງ, ຮອບດ້ານດ້ານການເມືອງ, ແນວຄິດ ແລະ ອົງການຈັດຕັ້ງກາຍເປັນແນວໂຮມທີ່ກ້ວາງຂວາງ, ມີຄວາມດູດດື່ມທຸກພາກສ່ວນ, ເປົ້າໝາຍຊາວໜຸ່ມເຂົ້າຮ່ວມ“./.