(vovworld) - ຕອນບ່າຍວັນທີ 1/4, ກອງປະຊຸມໃຫຍ່ IPU 132 ໄດ້ອັດລົງ ແລະ ອອກຖະແຫຼງການຮ່າໂນ້ຍ. ໃນນັ້ນຢືນຢັນຄືນວິໄສທັດຂອງ IPU ກ່ຽວກັບການພັດທະນາແບບຍືນຍົງ, ຖືປະຊາຊົນເປັນໃຈກາງ, ອີງໃສ່ການປະຕິບັດສິດທັງໝົດຂອງມະນຸດ, ເພື່ອແນໃສ່ລົບລ້າງຄວາມທຸກຍາກພາຍໃຕ້ທຸກຮູບການ ແລະ ມອບສິດໃຫ້ແຕ່ລະບຸກຄົນ.
ຖະແຫຼງການຮ່າໂນ້ຍ ກໍ່ຍົກອອກບັນດາຄຳໝັ້ນສັນຍາກ່ຽວກັບການເຜີຍແຜ່ບັນດາຄາດໝາຍພັດທະນາແບບຍືນຍົງໃຫ້ຜູ້ມີສິດເລືອກຕັ້ງຢູ່ປະເທດຕ່າງໆ. ຖະແຫຼງການຮ່າໂນ້ຍ ຊີ້ແຈ້ງວ່າ: ໂດຍແມ່ນຕົວແທນຂອງປະຊາຊົນ, ພວກເຮົາຕ້ອງເອົາໃຈໃສ່ເຖິງເລື່ອງປົກປ້ອງສິດຜົນປະໂຫຍດ ແລະ ຄວາມວັດທະນາຖາວອນລວມ. ພວກເຮົາໃຫ້ຄຳໝັ້ນສັນຍາປະກາດໃຊ້ບັນດາມາດຕາກ່ຽວກັບງົບປະມານ ແລະ ກົດໝາຍໃຫ້ເໝາະສົມກັບແຜນການພັດທະນາແຫ່ງຊາດ, ກຳນົດບັນດາຄາດໝາຍ ແລະ ຕົວເລກຄາດໝາຍນຳໃຊ້ກໍ່ຄືມາດຕະການສະໜອງແຫຼ່ງການເງິນ. ແຕ່ລະປີບັນດາລັດຖະບານຕ້ອງລາຍງານຕໍ່ລັດຖະສະພາກ່ຽວກັບການປະຕິບັດແຜນການແຫ່ງຊາດ. ລັດຖະສະພາ, ຮັບເອົາຄຳເຫັນຈາກຜູ້ມີສິດເລືອກຕັ້ງເປັນປະຈຳ ເພື່ອຕີລາຄາວິວັດການຜັນຂະຫຍາຍຕົວຈິງ. ພວກເຮົາສະເໜີສານຈຸດສຸມຂອງ ຖະແຫຼງການຮ່າໂນ້ຍ ພ້ອມກັບແຈ້ງການ Quito ກ່ອນນີ້, ຈະໄດ້ຮັບການສ່ອງແສງໃນຜົນງານຂອງກອງປະຊຸມໂລກຄັ້ງທີ 4 ປະທານບັນດາລັດຖະສະພາໂລກ, ຜ່ານນັ້ນສະໜອງເນື້ອໃນໃຫ້ກອງປະຊຸມສຸດຍອດຂອງສະຫະປະຊາຊາດໃນເດືອນ 9.
ກ່າວຄວາມເຫັນອັດກອງປະຊຸມໃຫຍ່ IPU 132, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນວ່າ, ໝາກຜົນຂອງ IPU 132 ສະແດງໃຫ້ເຫັນສຽງເວົ້າລວມຂອງລັດຖະສະພາປະເທດຕ່າງໆ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ເພີ່ມທະວີນຳ້ໃຈມິດຕະພາບ, ການຮ່ວມມືລະຫວ່າງປະຊາຊາດ, ລະຫວ່າງລັດຖະສະພາ ແລະ ຊຸກຍູ້ບາດກ້າວພັດທະນາໃໝ່ຂອງປະຊາຄົມສາກົນໄລຍະຫຼັງປີ 2015. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ເນັ້ນໜັກວ່າ:
“ຂ້າພະເຈົ້າຮູ້ສຶກສະເທືອນໃຈທີ່ສຸດເມື່ອຮັບຟັງທ່ານປະທານ IPU ແລະບັນດາຜູ້ແທນລະດົມກຳລັງໃຈພວກຂ້າພະເຈົ້າ, ສະແດງຄວາມສາມັກຄີກັບສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ. ຕາງໜ້າປະເທດເຈົ້າພາບ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈເຖິງຄະນະນຳ IPU, ບັນດາແຂກຜູ້ມີກຽດ… ທີ່ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ IPU ຄັ້ງນີ້. ຂ້າພະເຈົ້າຂໍຕາງໜ້າ IPU 132, ຕາງໜ້າປະຊາຊົນຫວຽດນາມ ສະແດງຄວາມສາມັກຄີ, ການຮ່ວມມື, ມິດຕະພາບຂອງຫວຽດນາມ, ຂອງ IPU 132 ເຖິງສະມາຊິກລັດຖະສະພາທັງໝົດ, ແລະ ປະຊາຊົນບັນດາປະເທດສະມາຊິກ“.