ກອງປະຊຸມ ຂັ້ນລັດຖະມົນຕີ ຈັດກຽມໃຫ້ກອງປະຊຸມຂັ້ນສູງຄັ້ງທີ 19 ຂະບວນການບໍ່ຮ່ວມກຸ່ມ

(VOVWORLD) -ທີ່ກອງປະຊຸມຈັດກຽມດັ່ງກ່າວຊື່ງດຳເນີນໃນວັນທີ 17 ແລະ  18 ມັງກອນປີ 2024 ຢູ່   Kampala, ທ່ານ ດັ້ງຮ່ວາງຢາງ,                 ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສປຊ ໄດ້ມີຫລາຍການປະກອບສ່ວນຕັ້ງຫນ້າ ໂດຍໄດ້ຮັບຮູ້ຈາກກອງປະຊຸມ ແ  ລະ ຈະນຳເອົາເຂົ້າໃນເອກະສານ. 

ກອງປະຊຸມຂັ້ນສູງຄັ້ງທີ 19 ຂະບວນການບໍ່ຮ່ວມກຸ່ມ ດ້ວຍຫົວຂໍ້ “ນຳການຮ່ວມມືເຂົ້າສູ່ລວງເລິກ ເພື່ອຄວາມວັດທະນາຖາວອນລວມທົ່ວໂລກ” ຊື່ງໄດ້ຈັດຂຶ້ນຢູ່ນະຄອນຫລວງ Kampala ປະເທດ ອູການດາ ແຕ່ວັນທີ 19 -20 ມັງກອນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ນຳຫນ້າ ຈະເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມຈັດກຽມດັ່ງກ່າວຊື່ງດຳເນີນໃນວັນທີ 17 ແລະ  18 ມັງກອນປີ 2024 ຢູ່   Kampala, ທ່ານ ດັ້ງຮ່ວາງຢາງ,                 ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສປຊ ໄດ້ມີຫລາຍການປະກອບສ່ວນຕັ້ງຫນ້າ ໂດຍໄດ້ຮັບຮູ້ຈາກກອງປະຊຸມ ແລະ ຈະນຳເອົາເຂົ້າໃນເອກະສານ. ກອງປະຊຸມໄດ້ສຳເລັດການປຶກສາຫາລືຮ່າງເອກະສານສະບັບສຸດທ້າຍເພື່ອຍື່ນສະເຫນີບັນດາການນຳຮັບຮອງເອົາທີ່ກອງປະຊຸມຂັ້ນສູງ.  ນີ້ແມ່ນເອກະສານຮອບດ້ານ ເຕື້ອງເຖິງຫລາຍບັນຫາສຳຄັນໃນທົ່ວໂລກ ແລະພາກພື້ນ,ໃນນັ້ນມີບັນຫາທະເລຕາເວັນອອກ.  

ເອກະສານ ຊີ້ແຈ້ງ ແລະຮັບຮູ້ໝາກຜົນຂອງບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ດຳເນີນໃນໄລຍະມໍ່ໆມານີ້ກ່ຽວກັບທະເລຕາເວັນອອກ ເປັນຕົ້ນແມ່ນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຈັດຕັ້ງເມື່ອເດືອນ ກໍລະກົດປີ 2023 ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍຈົ່ງອົດກັ້ນ, ແກ້ໄຂທຸກການຂັດແຍ້ງອະທິປະໄຕ ແລະ ຜືນແຜ່ນດິນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫລື ນາບຂູ່ການນຳໃຊ້ກຳລັງອາວຸດ.

ຕອບກັບ

ຂ່າວ/ບົດ​ອື່ນ