( ພາບ : http://baodientu.chinhphu.vn )
ຕອນເຊົ້າວັນທີ 14 ມັງກອນ ຢູ່ ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍວຽກງານປີ 2012 ແລະ ໂຄງການສັງລວມປະຕິຮູບດ້ານບໍລິຫານໄລຍະ 2011 - 2020. ໃນປີ 2011, ຂະແໜງວຽກງານພາຍໃນໄດ້ຜັນຂະຫຍາຍວຽກງານເລືອກຕັ້ງ ສສຊ ຊຸດທີ 13 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2011 - 2016, ເປັນເສນາທິການໃຫ້ແກ່ລັດຖະບານເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຊຸດທີ 13 ຮັບຮ້ອງເອົາແຜນຮ່າງສ້າງໂຄງປະກອບການຈັດຕັ້ງລັດຖະບານຊຸດທີ 13 ເປັນຢ່າງດີ, ສະຫຼຸບ 10 ປີ ແຫ່ງການປະຕິບັດໂຄງການສັງລວມການປະຕິຮູບດ້ານບໍລິຫານແຫ່ງລັດໄລຍະ 2001 - 2010 ແລະ ເປັນເສນາທິການໃຫ້ແກ່ລັດຖະບານປະກາດໂຄງການສັງລວມປະຕິຮູບດ້ານບໍລິຫານໄລຍະ 2011 - 2020, ສ້າງສຳເລັດບັນດາເອກະສານຜັນຂະຫຍາຍກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ອື່ນໆ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເນັ້ນໜັກວ່າ, ຂະແໜງວຽກງານພາຍໃນຄວນສຸມໃສ່ຊີ້ນຳແກ້ໄຂຢ່າງຂ້ຽວຂາດ, ປະຕິບັດໂຄງການປະຕິຮູບສັງລວມ, ປະຕິຮູບດ້ານບໍລິຫານໄລຍະ 2011 - 2020. ນີ້ໄດ້ຮັບຖືວ່າແມ່ນ 1 ໃນ 3 ຂອດບຸກທະລຸເຊິ່ງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກໄດ້ກຳນົດ, ສະນັ້ນຕ້ອງສຸມໃສ່ແກ້ໄຂບັນດາບັນຫາທີ່ຍັງຄ້າງຄາ, ກໍ່ສ້າງກົງຈັກບໍລິຫານທະລຸລົງຈາກສູນກາງລົງຮອດຂັ້ນຮາກຖານ, ເພື່ອຕອນສະເໜອງສິດເປັນເຈົ້າຂອງປະຊາຊົນ.