ກອງປະຊຸມ ສະພາໃຫ້ຄໍາປຶກສາການປະຕິຮູບລະບຽບການບໍລິຫານ

(VOVWORLD) -  ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາໃຫ້ຄໍາປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍປະຕິບັດໜ້າທີ່ ປີ 2019. 
ກອງປະຊຸມ ສະພາໃຫ້ຄໍາປຶກສາການປະຕິຮູບລະບຽບການບໍລິຫານ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮວ່າບິ່ງ (ຜູ້ເຄິ່ງກາງ) ພາບ: VGP

  ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮວ່າບິ່ງ ຊີ້ແຈ້ງວ່າ ໃນປີ 2019, ລັດຖະບານໄດ້ກໍານົດເປັນປີບຸກທະລຸ ເພື່ອປະຕິບັດສໍາເລັດແຜນການ ໄລຍະ 5 ປີ ແຕ່່ປີ 2016 – 2020, ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ຊຸກຍູ້ການເຕີບໂຕເສດຖະກິດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ສະເໜີໃຫ້ສະພາດັ່ງກ່າວ ຄວນສຸມໃສ່ບັນດາບັນຫາທີ່ຍັງມີຄວາມຫຍຸ້ງຍາກ, ຕິດຂັດຫຼາຍຢ່າງ ກ່ຽວຂ້ອງເຖິງການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຂອງວິສາຫະກິດໂດຍກົງ ທ່ານ ເຈືອງຮວ່າບິ່ງ ກ່າວວ່າ:

        “ບັນດາສະມາຊິກສະພາໃຫ້ຄໍາປຶກສາ ຄວນຕັ້ງໜ້າເຂົ້າຮ່ວມປະກອບຄໍາເຫັນໃສ່ກົນໄກ, ນະໂຍບາຍ, ລະບຽບການບໍລິຫານ ໃນບັນດາຮ່າງເອກະສານນິຕິກໍາ. ພ້ອມທັງກະທົບຕອບກ່ຽວກັບລັກສະນະເປັນໄປໄດ້, ລັກສະນະເໝາະສົມ ກໍຄືຄ່າໃຊ້ຈ່າຍທີ່ປະຕິບັດຕາມລະບຽບການບໍລິຫານຂອງບັນດາລະບຽບການບໍລິຫານໄດ້ປະກາດໃຊ້. ກ່ຽວກັບທັດສະນະຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ແມ່ນ ຍົກສູງລັກສະນະຄວາມໂປ່ງໃສ ແລະ ເພີ່ມທະວີຄວາມຮັບຜິດຊອບ ໃນການອະພິບາຍຂອງຜູ້ເປັນຫົວໜ້າອົງການທີ່ຮັບຜິດຊອບຮຽບຮຽງ ສໍາລັບເອກະສານທີ່ຍັງຂາດຕົກບົກພ່ອງ, ບໍ່ເໝາະສົມ, ຂາດລັກສະນະເປັນໄປໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ