ກອງ​ປະ​ຊຸມ “ເວ​ທີ​ປາ​ໄສ​ບັນ​ດາ​ອົງ​ການອາວະກາດພ​າກ​ພື້ນອາ​ຊີ - ປ​າ​ຊີ​ຟິກຄັ້ງ​ທີ 27” ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ​ໃນ​ທ້າຍ​ເດືອນຕຸ​ລາ 2020

(VOVWORLD) -ໂດຍຄາດຄະເນວ່າກອງປະຊຸມຈະມີການເຂົ້າຮ່ວມຂອງບັນດາອົງການອາວະກາດທີ່ມາຈາກບັນດາປະເທດຄື: ຍີ່ປຸ່ນ, ອິນເດຍ, ສ.ເກົາຫຼີ…
ກອງ​ປະ​ຊຸມ “ເວ​ທີ​ປາ​ໄສ​ບັນ​ດາ​ອົງ​ການອາວະກາດພ​າກ​ພື້ນອາ​ຊີ - ປ​າ​ຊີ​ຟິກຄັ້ງ​ທີ 27” ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ​ໃນ​ທ້າຍ​ເດືອນຕຸ​ລາ 2020 - ảnh 1ກະຊວງວິທະຍາສາດ ແລະ ອຸດສາຫະກຳ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສບັນດາອົງການອາວະກາດ ພາກພື້ນ ອາຊີ - ປາຊີຟິກ (APRSAF - 26) ຢູ່ຍີ່ປຸ່ນ (ພາບ: : most.gov.vn) 

ກອງປະຊຸມໂດຍສະຖາບັນບັນດິດວິທະຍາສາດແລະເຕັກໂນໂລຢີຫວຽດນາມສົມທົບກັບກະຊວງສຶກສາ, ວັດທະນະທຳ, ວິທະຍາສາດແລະເຕັກໂນໂລຢີ ຍີ່ປຸ່ນ (MEXT) ແລະອົງການພະຈົນໄພການບິນອາວະກາດຍີ່ປຸ່ນ (JAXA) ຈັດຕັ້ງ.

        ດ້ວຍຫົວຂໍ້ “ອາວະກາດກັບປະຊາຄົມ: ເປີດກ້ວາງການສຳຜັດແລະຜົນປະໂຫຍດ”, ກອງປະຊຸມຈະຈັດຕັ້ງວາລະປະຊຸມຂອງ 4 ອານຸກຳມະການດ້ານວິຊາສະເພາະແລະບັນດາເຫດການຢູ່ນອກກອງປະຊຸມທີ່ເປັນປະເພນີຄື: ການແຂ່ງຂັນປະດິດສ້າງລູກສອນໄຟໃນນ້ຳລະດັບພາກພື້ນອາຊີ - ປາຊີຟິກ, ການແຂ່ງຂັນອອກແບບ Poster ຂ່ຳນັບຮັບຕ້ອນກອງປະຊຸມດ້ວຍຫົວຂໍ້ “ສັນຕິພາບໃນຍ່ານອາວະກາດ”.

ຕອບກັບ

ຂ່າວ/ບົດ​ອື່ນ