ກອງປະຊຸມ APEC ເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມື

ກອງປະຊຸມ APEC ເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມື - ảnh 1
ກອງ​ປະຊຸມ APEC ຄັ້ງ​ທີ 21
(ພາບ: TTXVN)


(vovworld) – ວັນ​ທີ 08/11, ກອງ​ປະຊຸມ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ - ​ເສດຖະກິດ​ເວທີ​ປາ​ໄສ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC) ຄັ້ງ​ທີ 21 ສືບ​ຕໍ່​ເຮັດ​ວຽກ​ເປັນ​ມື້​ທີ 2 ​ແລະ ກໍ່​ແມ່ນ​ມື້​ເຮັດ​ວຽກ​ສຸດ​ທ້າຍ. ບັນດາ​ລັດຖະມົນຕີ​ໄດ້​ຮັບ​ຟັງ​ຜູ້ອຳ​ນວຍການ​ໃຫຍ່​ອົງການ​ການ​ຄ້າ​ໂລກ (WTO) ສະ​ເໜີ​ກ່ຽວ​ກັບ​ສະພາບ​ຜັນ​ຂະຫຍາຍ “ບ້ວງເງິນ​ Bali” ​ເຊິ່ງກອງ​ປະຊຸມ​ລັດຖະມົນຕີ WTO ຄັ້ງ​ທີ 9 ​ໄດ້​ຮັບຮອງ​ເອົາ​ເມື່ອ​ເດືອນ 12/2013. ຄະນະ​ເລຂາ APEC ​ກໍ່​ລາຍ​ງານ​ກອງ​ປະຊຸມ​ກ່ຽວກັບ​ໝາກຜົນ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ໃນ​ປີ 2014. ກອງ​ປະຊຸມ​ເຫັນ​ດີ​ເພີ່ມ​ທະວີ​ການ​ປະກອບສ່ວນ​ຂອງ APEC ​ເຂົ້າ​ໃນ​ການ​ຊຸກຍູ້​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ, ​ຮ່ວມື​ສຳພັນ ​ແລະ ​ເຊື່ອມ​ຕໍ່​ພາກ​ພື້ນ, ປະຕິ​ຮູບ​ເສດຖະກິດ ​ແລະ ການ​ເຕີບ​ໂຕ…

        ​ໃນ​ບົດ​ກ່າວປາ​ໄສ​ທີ່​ກອງ​ປະຊຸມ, ທ່ານ​ຮອງນາຍົກ​ລັດຖະມົນຕີ, ລັດຖະມົນຕີວ່າ​ການ​ກະຊວງ​ການຕ່າງປະ​ເທ​ດຫວຽດນາມ ຟ້າ​ມບິ່ງ​ມິນ ສະ​ເໜີ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ APEC ຕ້ອງ​ສືບ​ຕໍ່ມານະ​ພະຍາຍາມ​​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃນ​ເຊິ່ງກັນ ​ແລະ ກັນ​ຍົກ​ສູງ​ຄວາມຮັບຜິດຊອບ​ຕໍ່​ບັນດາ​ຄວາມ​ສົນ​ໃຈ ​ແລະ ຜົນ​ປະ​ໂຫຍ​ດລວມ, ຮັບປະກັນ​ຫຼັກການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ… ພ້ອມ​ກັນ​ນັ້ນ, APEC ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ຈີນ​ຕະນາ​ການເປີດ​ກ່ຽວ​ກັບ​ການ​ຮ່ວມ​ມື​ ​ແລະ ​ຮ່ວມ​ສຳພັນ​ໃນ​ພາກ​ພື້ນ, ​ເສີມ​ຂະຫຍາຍ​ບົດ​ບາດ​ໃນ​ການ​ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ທີ່​ໝັ້ນຄົງ, ກະຈ່າງ​ແຈ້ງ, ຕອບ​ສະ​ໜອງ​ຈຸດໝາຍ​ລວມ​ແມ່ນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດ​ນະ​ນາ​ຖາວອນ ກໍ່​ຄື​ຜົນ​ປະ​ໂຫຍດອັນ​ຊອບ​ທຳ​ຂອງ​ບັນດາ​ພື້ນຖານ​ເສດຖະກິດສະມາຊິກ.

ຂ່າວ/ບົດ​ອື່ນ