ກອງປະຊຸມ Shangri – La 2019: ຄວາມຮ້ອນເຮັ່ງໃນການແກ້ງແຍ້ງກັນລະຫວ່າງ ອາເມລິກາ - ຈີນ
(VOVWORLD) - ຕອນຄໍ່າວັນທີ 31 ພຶດສະພາ, ກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ 2019 (ກອງປະຊຸມ Shangri – La, SLD 2019) ຖືກໄຂຂຶ້ນຢ່າງເປັນທາງການຢູ່ ສິງກະໂປ.
ນີ້ແມ່ນເວທີປາໄສພິຈາລະນາ, ປຶກສາຫາລືບັນດາບັນຫາກ່ຽວກັບສັນຕິພາບ ແລະ ຄວາມໝັ້້ນຄົງ, ແຕ່ກອງປະຊຸມ Shangri – La ປີນີ້ ຖືກດໍາເນີນໃນລະຫວ່າງວັນທີ 31 ພຶດສະພາ - 2 ມິຖຸນາ ພັດໄດ້ປົກຄຸມໄປດ້ວຍບັນດາບັນຫາອື່ນ. ໃນນັ້ນ, ຈຸດສຸມແມ່ນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ກໍຄືສົງຄາມດ້ານເຕັກໂນໂລຢີ ແລະ ການໂຕ້ຖຽງກັນລະຫວ່າງສອງປະເທດກ່ຽວກັບບັນຫາຄວາມໝັ້ນຄົງຍຸດທະສາດ ຄື ທະເລຕາເວັນອອກ ແລະ ຊ່ອງແຄບທະເລໄຕ້ຫວັນ. ກ່ອນດໍາເນີນກອງປະຊຸມດັ່ງກ່າວ, ວັນທີ 29 ພຶດສະພາ, ທ່ານ Joseph Dunford ປະທານສະພາຫົວໜ້າເສນາທິການທະຫານປະສົມ ອາເມລິກາ ໄດ້ຕໍາໜິຕິຕຽນ ປັກກິ່ງວ່າ ບໍ່ປະຕິບັດຄໍາໝັ້ນສັນຍາກ່ຽວກັບການບໍ່ຫັນເປັນການທະຫານຢູ່ທະເລຕາເວັນອອກ. ສະມາຊິກສະພາສູງ ອາເມລິກາ ກຸ່ມໜຶ່ງກໍໄດ້ສະເໜີ ຮ່າງກົດໝາຍວ່າດ້ວຍການລົງໂທດບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງ ຈີນ ທີ່ມີສ່ວນກ່ຽວຂ້ອງເຖິງການເຄື່ອນໄຫວການທະຫານຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ ຕໍ່ສະພາແຫ່ງຊາດ.