ກອງປະຊຸມ SOM ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
(ພາບ: TTXVN)
(vovworld)-ໃນວັນທີ 7-8/6, ຢູ່ Yangon ປະເທດມຽນມາ, ໄດ້ດຳເນີນບັນດາກອງປະຊຸມເຈົ້າໜ້າທີ່ອະວຸໂສ (SOM) ອາຊຽນ, SOM ອາຊຽນ+3 ແລະ SOM ອາຊີຕາເວັນອອກ (EAS). ນີ້ແມ່ນກອງປະຊຸມສຳຄັນໃນຂອບເຂດບັນດາກອງປະຊຸມ SOM ຈັດຂຶ້ນແຕ່ວັນທີ 7-10/6/2014 ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ຊື່ງຈະຈັດຂຶ້ນໃນຕົ້ນເດືອນ 8/2014 ຈະມາເຖິງຢູ່ Nay Pyi Taw ປະເທດມຽນມາ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວິງ, ຫົວໜ້າ SOM ອາຊຽນ-ຫວຽດນາມ ເປັນຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມ. ພາຍຫຼັງການເຮັດວຽກເປັນເວລາ 2 ມື້, ຜູ້ຕາງໜ້າບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືໄດ້ສຸມໃສ່ສຳຫຼວດກວດຄືນ ແລະ ກຳນົດທິດທາງຮ່ວມມືໃນອາຊຽນ, ອາຊຽນ+3 ແລະ ກອງປະຊຸມຍຸດຍອດອາຊີຕາເວັນອອກ ກໍ່ຄືແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວິງ ເນັ້ນໜັກວ່າ: ເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ແລະ ສົ່ງກຳປັ່ນປ້ອງກັນຫຼາຍລຳເຂົ້າເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ແມ່ນລະເມີດກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 ຢ່າງຮ້າຍແຮງ. ທ່ານຮຽກຮ້ອງບັນດາປະເທດໃນພາກພື້ນ ແລະ ປະຊາຄົມໂລກ ຈົ່ງສືບຕໍ່ຄັດຄ້ານບັນດາການກະທຳແຊກແຊງຂອງຈີນ ແລະ ຮຽກຮ້ອງຕ້ອງເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ສ້າງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ.
ກ່ຽວກັບການຮ່ວມມືໃນອາຊຽນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວິງ ເນັ້ນໜັກເຖິງຈຸດສຸມການສ້າງປະຊາຄົມອາຊຽນສຳເລັດໃນປີ 2015, ເພີ່ມທະວີນ້ຳໃຈສາມັກຄີ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ທີ່ມີຕໍ່ບັນດາບັນຫາກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາຢູ່ພາກພື້ນ. ທ່ານໄດ້ແຈ້ງໃຫ້ຊາບເລື່ອງຫວຽດນາມ ຈະເປັນເຈົ້າພາບ ແລະ ເປັນປະທານເວທີປາໄສທະເລອາຊຽນ (AMF) ແລະ ເວທີປາໄສທະເລອາຊຽນເປີດກ້ວາງກັບບັນດາຄູ່ຮ່ວມມື (EAMF) ໃນທ້າຍເດືອນ 8/2014 ຈະມາເຖິງເພື່ອແນໃສ່ເພີ່ມທະວີການຮ່ວມມືໃນພາກພື້ນກ່ວາອີກ ກ່ຽວກັບການຮັບປະກັນຄວາມສະຫງົບປອດໄພໃນການເດີນທະເລ ກໍ່ຄືບັນດາຂົງເຂດຮ່ວມມືກ່ຽວກັບທະເລອື່ນໆ. ສຳລັບກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS), ທ່ານຮອງລັດຖະມົນຕີຢືນຢັນວ່າຕ້ອງເພີ່ມທະວີບົດບາດຂອງ EAS ກ່ວາອີກ ດ້ວຍຖານະເປັນພາກສ່ວນສຳຄັນຂອງໂຄງປະກອບພາກພື້ນ ຊື່ງໃນນັ້ນອາຊຽນ ສວມບົດບາດໃຈກາງ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ./.