ກອງປະຊຸມASEMກ່ຽວກັບການສຶກສາມີຫົວຄິດປະດິດສ້າງແລະກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(vovworld) - ຕອນເຊົ້າວັນທີ 30/03, ຢູ່ນະຄອນ ເຫວ້, ແຂວງ ເທື່ອທຽນ - ເຫວ້, ໄດ້ໄຂກອງປະຊຸມ ASEM ກ່ຽວກັບການສຶກສາມີຫົວຄິດປະດິດສ້າງ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອການພັດທະນາແບບຍືນຍົງ. ນີ້ແມ່ນກອງປະຊຸມລະດັບລະຫວ່າງພາກພື້ນທີ່ມີຄວາມສຳຄັນທີ່ສຸດໃນຂອບເຂດ ASEM ໂດຍ ຫວຽດນາມ ເປັນປະເທດເຈົ້າພາບ, ເພື່ອແນໃສ່ຜັນຂະຫຍາຍຂໍ້ລິເລີ່ມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຊິ່ງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມຂັ້ນສູງ ASEM 11 ແລະ ກໍ່ແມ່ນຂໍ້ລິເລີ່ມທຳອິດກ່ຽວກັບການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃນທົດສະວັດທີ 3 ຂອງ ASEM. ກ່າວຄຳເຫັນທີ່ພິທີໄຂ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ:
“ASEM ສວມບົດບາດສຳຄັນທີ່ສຸດ ໃນການເຊື່ອມຕໍ່ລະຫວ່າງບັນດາລັດ, ລັດຖະບານບັນດາວິສາຫະກິດ ແລະ ປະຊາຊົນລະຫວ່າງ 2 ທະວີບ ເພື່ອຄວາມສັນຕິພາບການຮ່ວມມືພັດທະນາ ແລະ ວັດທະນາຖາວອນ. ASEM ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການສຶກສາ ແລະ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດລະຫວ່າງ 2 ທະວີບ ອາຊີ - ເອີລົບ. ແລະ ພວກເຮົາ ກໍ່ໄດ້ຮັບຮູ້ຂໍ້ລິເລີ່ມຫລາຍຢ່າງ, ບັນດາໂຄງການກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ເຊິ່ງໄດ້ຮັບການປຸກລະດົມຈາກຫລາຍປະເທດສະມາຊິກ”.