ກອງພົນໃຫ່ຍເຂດ 4 ແຮກສ່ຽວກັບ VOV



ກອງພົນໃຫ່ຍເຂດ 4 ແຮກສ່ຽວກັບ VOV - ảnh 1

​ (ພາບ: vov)

 (vovworld)- ຕອນ​ເຊົ້າ 28/4, ຢູ່​ແຂວງ​ບິ່ງ​ເຢືອງ, ກອງ​ພົນ​ໃຫ່ຍ​ເຂດ 4 ​ແລະ ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໄດ້​ຈັດ​ພິທີ​ເຊັນ​ຂໍ້​ຕົກລົງ​ແຮກສ່ຽວ ຊື່​ງຕາມ​ນັ້ນ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ,​ ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໂຄ​ສະນາ​ກ່ຽວ​ກັບ​ວຽກ​ງານ​ການ​ທະຫານ, ການ​ປ້ອງ​ກັນຊາ​ດ​ໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ຂອງ VOV. ກອງ​ພົນ​ໃຫ່ຍ​ເຂດ 4 ສົມທົບ ​ແລະ ຊ່ວຍ​ເຫຼືອ VOV ບຳລຸງ​ຄວາມ​ຮູ້​ດ້ານການ​ປ້ອງ​ກັນຊາ​ດ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແກ່​ພະນັກງານ​ລັດຖະກອນ, ພາລະ​ກອນ. ​ໄປ​ຄຽງ​ຄູ່​ກັນນັ້ນ, ບັນດາ​ອົງການ​ຂອງ VOV ຢູ່ນະຄອນ​ໂຮ່ຈິ​ນິນ ​ຈະ​ໜູນ​ຊ່ວຍ​ກອງ​ພົນ​ໃຫ່ຍ​ໃນ​ການ​ສອນ​ວິຊາ​ຊີບ​ໃຫ້​ແກ່​ທະຫານ​ອອກ​ທັບ, ບຳລຸງ​ສ້າງ​ຄວານ​ຮູ້​ດ້ານ​ສື່ສານ​ໃຫ້​ແກ່​ຖັນ​ແຖວ​ເຮັດ​ວຽກ​ງານ​ໂຄ​ສະ​ນາ​ຂອງ​ກອງ​ພົນ​ໃຫ່ຍ. ທ່ານ​ຫງວຽນ​ດັງ​ຕຽນ, ​ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃຫ້​ຮູ້​ວ່າ​:

   “ວິທະ​ຍຸ​ກະຈາຍສຽງ​ຫວຽດນາມ​ ມີ​ຄວາມ​ເປັນ​ກຽດ​ທີ່ໄດ້​ແຮກສ່ຽວ​ກັບ​ຫຼາຍກົມ​ກອງ​ທະຫານ. ພິ​ເສດ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟຸ່ງກວາງ​ແທງ ມີ​ຄວາມ​ເອົາໃຈ​ໃສ່​ທີ່​ສຸດ​ເຖິງວິທະ​ຍຸ​ກະຈາຍສຽງ​ຫວຽດນາມ​. ​ເນື້ອ​ໃນ​ລາຍການ​ຂອງພິທີ​ເຊັນ​ຂໍ້​ຕົກລົງ​ມື້​ນີ້​ໄດ້​ຮັບ​ການ​ຮັບຮອງ​ເອົາ​ແລ້ວ ​ແລະ ສອງ​ຝ່າຍ​ກໍ່​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ໃນ​ຫຼາຍ​ປີ​ມາ​ນີ້​ດ້ວຍ​​ການ​ເຄື​ອ່ນ​ໄຫວ​ຕ່າງໆໃນ​ໄລຍະ​ມໍ່ໆ​ມາ​ນີ້. ກອງ​ພົນ​ໃຫ່ຍ​ເຂດ 4 ​ແລະ ວິທະ​ຍຸ​ກະຈາຍສຽງ​ຫວຽດນາມ​ ຈະ​ປະຕິບັດ​ໜ້າ​ທີ​ຂອງ​ຕົນໃຫ້​ເປັນ​ຢ່າງ​ດີ“./.

 

ຂ່າວ/ບົດ​ອື່ນ