ກະກຽມຈັດຕັ້ງວັນຊາດ ຫວຽດນາມ ຢູ່ ລາວ
ນັກຂ່າວ VOV ປະຈຳລາວ -  
ພາບປະກອບ
(vovworld) – ວັນທີ 19/8, ສະຖານທູດ ຫວຽດນາມ ປະຈຳລາວ ໄດ້ຮັບຮອງເອົາຮ່າງລາຍການຈັດຕັ້ງພິທີສະເຫຼີມສະຫຼອງ 68 ປີແຫ່ງວັນຊາດ ຫວຽດນາມ ຢູ່ ສປປ ລາວ. ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ ຫງວຽນແມ້ງຮູ່ງ ໃຫ້ຮູ້ວ່າ: ພິທີສະເຫຼີມສະຫຼອງວັນຊາດ 2/9 ຢູ່ ລາວ ແມ່ນການເຄື່ອນໄຫວເປັນປະຈຳຂອງປະຊາຄົມຊາວ ຫວຽດນາມ ອາໄສ, ປະຕິບັດງານ ແລະ ຮຳ່ຮຽນຢູ່ ລາວ. ໃນໂອກາດນີ້, ສະຖານທູດ ຫວຽດນາມ ຈະຈັດງານລ້ຽງເຊື້ອເຊີນແຂກ, ຄະນະທຸຕານຸທູດປະເທດຕ່າງໆ, ສາຍຟິມໂຄສະນາພາບພົດ, ປະເທດຊາດ, ຊາວ ຫວຽດນາມ, ຍ້ອງຍໍນ້ຳໃຈບໍລິສຸດຜຸດຜ່ອງ, ສະໜິດຕິພັນ, ສະມັກຄີລະຫວ່າງ 2 ຊາດ ຫວຽດນາມ - ລາວ, ຈັດຕັ້ງ “ສັບປະດາວັດທະນະທຳ ຫວຽດນາມ - ລາວ” ດ້ວຍບັນດາລາຍການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະ, ງານວາງສະແດງກ່ຽວກັບຊີວິດ, ວັດທະນະທຳບັນດາເຜົ່າ ຫວຽດນາມ ແລະ ໂຄສະນາເຜິຍແຜ່ສິລະປະອາຫານການກິນ ຫວຽດນາມ... ສະຖານທູດ ຫວຽດນາມ ປະຈຳ ລາວ ກໍ່ຈະຈັດຕັ້ງໃຫ້ປະຊາຊົນ ຫວຽດນາມ ອາໄສຢູ່ ລາວ ໄປຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ.
ນັກຂ່າວ VOV ປະຈຳລາວ