ກະກຽມໃຫ້ແກ່ເວທີປາໄສການເຄື່ອນຍ້າຍແຮງງານ ອາຊຽນ ຄັ້ງທີ 16
(VOVWORLD) - ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາເນື້ອໃນ ຄື: ປົວແປງບັນດາໂຄງການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ໃນ ອາຊຽນ; ສຸມໃສ່ບັນດາຂໍ້ກຳນົດ, ລະບຽບການທີ່ກ່ຽວຂ້ອງເຖິງການຈັດສົ່ງແຮງງານໃນປັດຈຸບັນ ຢູ່ ອາຊຽນ...
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: VOV) |
ໂດຍມຸ່ງໄປເຖິງເວທີປາໄສການເຄື່ອນຍ້າຍແຮງງານ ອາຊຽນ ຄັ້ງທີ 16 ຈະຈັດຂຶ້ນໃນທ້າຍເດືອນຕຸລາ ຢູ່ ອິນໂດເນເຊຍ ດ້ວຍຫົວຂໍ້ “ຍົກສູງປະສິດທິຜົນຂັ້ນຕອນນຳສົ່ງແຮງງານ ໄປເຮັດວຽກຢູ່ຕ່າງປະເທດໃນ ອາຊຽນ”, ຕອນເຊົ້າວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເປັນເຈົ້າພາບ, ສົມທົບກັບຫ້ອງວ່າການອົງການແຮງງານສາກົນ (ILO) ປະຈຳ ຫວຽດນາມ ຈັດກອງປະຊຸມສຳມະນາແຫ່ງຊາດ ກະກຽມໃຫ້ແກ່ເວທີປາໄສນີ້. ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາເນື້ອໃນ ຄື: ປົວແປງບັນດາໂຄງການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ໃນ ອາຊຽນ; ສຸມໃສ່ບັນດາຂໍ້ກຳນົດ, ລະບຽບການທີ່ກ່ຽວຂ້ອງເຖິງການຈັດສົ່ງແຮງງານໃນປັດຈຸບັນ ຢູ່ ອາຊຽນ, ເປັນຕົ້ນແມ່ນ: ລະບົບອອກໃບອະນຸຍາດແຮງງານ, ບັນດາຂໍ້ຕົກລົງ/MOU ແຮງງານສອງຝ່າຍ ແລະ ແຮງງານຢູ່ພາຍໃນປະເທດ, ແຮງງານເຮັດວຽກເປັນໄລຍະລະດູການ ແລະ ບັນດາໂຄງການຜ່ານຊາຍແດນ…