(vovworld) - ຕອນເຊົ້າວັນທີ 26/03, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສະຫຼຸບວຽກງານຊັບຊ້ອນ, ປ່ຽນໃໝ່ວິສາຫະກິດປີ 2012, ຜັນຂະຫຍາຍແຜນການປີ 2013 ແລະ ມະຕິຂອງລັດຖະບານກ່ຽວກັບການປະຕິບັດໜ້າທີ່, ພັນທະຂອງເຈົ້າຂອງກຳມະສິດທຶນແຫ່ງລັດທີ່ມີຕໍ່ລັດວິສາຫະກິດ. ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ຄວາມຫຍຸ້ງຍາກໃຫຍ່ສຸດໃນວິວັດການຊັບຊ້ອນ, ປ່ຽນໃໝ່ວິສາຫະກິດໃນປະຈຸບັນນັ້ນແມ່ນເລື່ອງທຶນຮອນ, ຄວາມຕິດຂັດກ່ຽວກັບທີ່ດິນ, ໜິ້ສາທາລະນະ ພິເສດແມ່ນທຶນກູ້ຢື່ມ ODA... ບັນດາຜູ້ແທນສະເໜີໃຫ້ລັດຖະບານອະນຸມັດຜ່ານກົນໄກສະເພາະ ອະນຸຍາດໃຫ້ແກ້ໄຂບວງໜິ້ສິນ ODA ສ້າງເງື່ອນໄຂໃຫ້ແກ່ການກຳນົດມູນຄ່າວິສາຫະກິດ, ປະຕິບັດວິວັດການຫັນເປັນຫຸ້ນສ່ວນ ກໍຄືສ້າງໂຄງປະກອບດ້ານການເງິນເຊິ່ງລັດຖະບານໄດ້ອະນຸມັດຜ່ານຄືນໃໝ່... ກ່າວຄຳເຫັນທີກອງປະຊຸມ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ຊີ້ແຈ້ງຄວາມສຳຄັນໃນການປະຕິບັດແຜນນະໂຍບາຍຂອງລັດຖະບານກ່ຽວກັບການຊັບຊ້ອນ, ປ່ຽນໃໝ່ລັດວິສາຫະກິດ ແລະ ຢືນຢັນວ່າ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດເຄື່ອນໄຫວຢ່າງມີປະສິດທິຜົນ, ຊຸກຍູ້ການພັດທະນາແບບຍື່ນຍົງຂອງວິສາຫະກິດ.