ທ່ານ ເລືອງແທນຫງີ້ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
ພາບ: internet
|
(vovworld) - ວັນທີ 22/11, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການປະຊຸມຂ່າວປະຈຳເດືອນ ເພື່ອປະກາດການເຄື່ອນໄຫວການຕ່າງປະເທດຂອງ ຫວຽດນາມ ແລະ ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາບັນຫາທີ່ມີຄວາມສົນໃຈ. ເມື່ອເຕື້ອງເຖິງເລື່ອງ, ວັນທີ 12/12 ຈະມາເຖິງຢູ່ນະຄອນຫລວງ ມານີລາ ປະເທດ ຟິລິບປີນ, ຈະດຳເນີນການພົບປະຄັ້ງຕ່າງໆລະຫວ່າງບັນດາປະເທດມີຖະແຫລງການກ່ຽວກັບອະທິປະໄຕຢູ່ທະເລຕາເວັນອອກ ທີ່ຂຶ້ນກັບ ອາຊຽນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລືອງແທນຫງີ້ ຊີ້ແຈງວ່າ: ເລື່ອງທາບທາມຄຳເຫັນລະຫວ່າງບັນດາປະເທດ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ແມ່ນວຽກງານທຳມະດາ ແລະ ເປັນປະຈຳ ເພື່ອຊຸກຍູ້ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພການເດີນທະເລຢູ່ທະເລຕາເວັນອອກ ກໍຄືຊຸກຍູ້ແກ້ໄຂການພິພາດໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ເມື່ອເຕື້ອງເຖິງບັນຫາຫວ່າງແລ້ວນີ້, ຈີນ ໄດ້ອອກຫນັງສືຜ່ານແດນໃຫ້ແກ່ພົນລະເມືອງຂອງຕົນ, ໃນນັ້ນ ພິມແຜນທີ່ຂອງຈີນ ລວມມີເສັ້ນທາງ 9 ຕອນ ຢູ່ທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລືອງແທນຫງີ້ ເນັ້ນຫນັກວ່າ:
“ການກະທຳຂອງຝ່າຍຈີນ ໄດ້ລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ກໍຄືອະທິປະໄຕ, ສິດອະທິປະໄຕ, ສິດຕັດສິນສະເພາະຂອງ ຫວຽດນາມ ສຳລັບບັນດາເຂດທະເລທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ. ຜູ້ຕາງຫນ້າກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບຜູ້ຕາງຫນ້າສະຖານທູດ ຈີນ ປະຈຳຮ່າໂນ້ຍ ເພື່ອແລກປ່ຽນຈົດໝາຍທາງການ ເພື່ອ ຄັດຄ້ານ ແລະ ສະເຫນີຝ່າຍຈີນ ຈົ່ງຍົກເລິກບັນດາເນື້ອໃນທີ່ຜິດພາດຊື່ງຖືກລົງພິມໃນຫນັງສືຜ່ານແດນດັ່ງກ່າວ.”