ກະຊວງຄົມມະນະຄົມຂົນສົ່ງສ້າງໂຄງປະກອບຂະແໜງການຄືນໃໝ່ແບບສັງລວມ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ
(ພາບ: baogiaothong.vn)
(vovworld) - ກ່າວຄຳເຫັນຊີ້ນຳກອງປະຊຸມສະຫລຸບວຽກງານປີ 2016 ແລະ ຜັນຂະຫຍາຍໜ້າທີ່ປີ 2017 ຂອງກະຊວງຄົມມະນາຄົມຂົນສົ່ງ ທີ່ດຳເນີນໃນວັນທີ 10/01 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ໄດ້ຮຽກຮ້ອງກະຊວງຄົມມະນາຄົມຂົນສົ່ງໃນປີ 2017 ຄວນສຸມໃສ່ບັນດາເນື້ອໃນຄື: ການສ້າງໂຄງປະກອບຂະແໜງການ, ກົງຈັກການຈັດຕັ້ງຄືນໃໝ່; ດັດປັບບັນດາແຜນຜັງ, ຍຸດທະສາດຄົມມະນາຄົມຂົນສົ່ງ ແລະ ມີຂັ້ນຕອນປະຕິບັດຢ່າງເໝາະສົມ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງຄົມມະນາຄົມ. ພິເສດ ແມ່ນໃນຂົງເຂດລົງທຶນພື້ນຖານໂຄງລ່າງ, ກະຊວງຄວນປັບປຸງແຜນຮ່າງເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ໃຫ້ສຳເລັດໂດຍໄວ ເພື່ອລາຍງານຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເດືອນ 05/2017. ພ້ອມກັນນັ້ນ, ກະຊວງຄວນຍູ້ໄວຄວາມຄືບໜ້າສ້າງແຜນການລົງທຶນໂຄງການທ່າອາກາດສະຍານສາກົນ ລອງແທ່ງ; ປັບປຸງຄວາມສາມາດເປັນໄປໄດ້ຂອງໂຄງການທາງລົດໄຟຄວາມໄວສູງໃຫ້ສຳເລັດ ເພື່ອລາຍງານຕໍ່ສະພາແຫ່ງຊາດໃນປີ 2018; ປຸກລະດົມເງິນລົງທຶນພື້ນຖານໂຄງລ່າງທ່າກ່ຳປັ່ນ, ຍົກລະດັບພື້ນຖານໂຄງລ່າງທາງນ້ຳ ແລະ ສ້າງການເຊື່ອມຕໍ່ລະຫວ່າງທາງລົດໄຟກັບບັນດາເຂດອຸດສາຫະກຳ ເພື່ອຫລຸດຜ່ອນ ການຂົນສົ່ງທາງບົກ, ທາງອາກາດ.