ກະຊວງປ້ອງກັນປະເທດລາວອອກແຈ້ງການກ່ຽວກັບອຸປະຕິເຫດເຮືອບິນ Mi-17 ຖືກຫາຍສາບສູນ
ພາບປະກອບ:AFP
|
(vovworld)- ວັນທີ 27 ກໍລະກົດ, ກະຊວງປ້ອງກັນປະເທດລາວ ໄດ້ອອກ ແຈ້ງການກ່ຽວກັບອຸປະຕິເຫດເຮືອບິນ Mi-17 ຂອງລາວຖືກຫາຍສາບສູນຢູ່ເຂດພູດອຍຂຶ້ນກັບແຂວງ ໄຊສົມບູນ. ແຈ້ງການໃຫ້ຮູ້ວ່າ: ໃນເວລາ 13 ໂມງ 10 ນາທີ ຂອງວັນທີ 27/7/2015 ເຮືອບິນ Mi-17 ຂອງກອງທັບ ລາວ ເຊິ່ງມີຈຸບິນ 4 ຄົນ ແລະ ຜູ້ໂດຍສານ 19 ຄົນ ໄດ້ບິນຂຶ້ນຈາກນະຄອນຫຼວງວຽງຈັນ ເພື່ອໄປປະຕິບັດໜ້າທີ່ຢູ່ແຂວງຊຽງຂວາງ-ຫົວພັນ ເມື່ອບິນໄປໄດ້ໄລຍະໜຶ່ງ ສູນຄວບຄຸມການບິນບໍ່ສາມາດຕິດຕໍ່ສື່ສານກັບເຮືອບິນລຳດັ່ງກ່າວໄດ້. ປະຈຸບັນ ກະຊວງປ້ອງກັນປະເທດ ໄດ້ແຕ່ງຕັ້ງຄະນະສະເພາະກິດ ເຂົ້າກວດກາຊອກຄົ້ນຕາມເສັ້ນທາງແລວບິນ ແຕ່ການເຂົ້າໄປຍັງພົບຄວາມຫຍຸ້ງຍາກ ຍ້ອນສະພາບອາກາດຍັງບໍ່ທັນເອື້ອອຳນວຍ. ສ່ວນລາຍລະອຽດ ຂອງວຽກງານຊອກຫາ ກະຊວງປ້ອງກັນປະເທດ ຈະແຈ້ງຂ່າວໃຫ້ສັງຄົມຊາບຕາມພາຍຫຼັງ.
ຕາມແຫລ່ງຂ່າວຈາກ ສຳນັກຂ່າວສານປະເທດລາວແລ້ວ, ວັນທີ 29 ກໍລະກົດ 2015 ຄະນະສະເພາະກິດ ແລະ ກໍາລັງກອບກູ້ພາກພື້ນດິນ ກະຊວງປ້ອງກັນປະເທດລາວຢືນ ຢັນ ວ່າ: ໃນຕອນເຊົ້າຂອງວັນທີ 29 ກໍລະກົດນີ້ ເຈົ້າໜ້າທີ່ສະເພາະກິດສາມາດພົບເຫັນສັນຍານ ແລະ ຈຸດເກີດອຸປະຕິເຫດເຮືອບິນ Mi-17 ຂອງກອງທັບຕົກ ຢູ່ທາງທິດເໜືອຂອງບ້ານຫລວງພັນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ປະຈຸບັນນີ້ ເຈົ້າໜ້າທີ່ສະເພາະກິດ ແລະ ກໍາລັງກອບກູ້ພາກພື້ນດິນ ພວມມຸ້ງໜ້າເຂົ້າຫາຈຸດເກີດເຫດ ແລະ ເລັ່ງຊອກຄົ້ນຫາເຮືອບິນດັ່ງກ່າວ ທາມກາງສະພາບອາກາດທີ່ບໍ່ເອື້ອອໍານວຍ ແລະ ເສັ້ນທາງເຂົ້າເຖິງຈຸດເກີດເຫດປະກອບມີພູຜາປ່າດົງຕືບໜາ, ຄາດວ່າຈະພົບເຫັນເຮືອບິນລໍາດັ່ງກ່າວໃນໄວໆນີ້.