ກະຊວງວັດທະນະທໍາ - ກິລາ ແລະ ທ່ອງທ່ຽວ ພົບປະ, ຍ້ອງຍໍຊົມເຊີຍຜູ້ເຮັດວຽກງານດ້ານສື່ມວນຊົນທີ່ດີເດັ່ນ
(VOVWORLD) -ຕອນເຊົ້າວັນທີ 17 ມິຖຸນາ, ກະຊວງວັດທະນະທໍາ - ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງ “ລາຍການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ປີ 2020” ຂຶ້ນຢູ່ທີ່ຫໍພິພິທະພັນໂຮ່ຈີມິນ, ນະຄອນຮ່າໂນ້ຍ.
ບັນດາຜູ້ເຮັດວຽກງານດ້ານສື່ມວນຊົນຖ່າຍຮູບທີ່ການພົບປະ (ພາບ: VOV) |
ກ່າວຄໍາເຫັນນະທີ່ນີ້, ທ່ານເລແຄ໊ງຫາຍ, ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ:
“ນັກຂ່າວແມ່ນຂົວຕໍ່ທາງດ້ານຖະແຫຼງຂ່າວລະຫວ່າງລັດຖະບານກັບທ້ອງຖິ່ນ. ຂະແໜງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຍາມໃດກໍເຄົາລົບນັບຖືການປະກອບສ່ວນ, ການແບ່ງປັນຂອງນັກຂ່າວໃນການສ້າງ, ພັດທະນາວັດທະນະທໍາຂອງຊາວຫວຽດນາມ”.
ໃນລາຍການພົບປະຄັ້ງນີ້, ມີ 5 ຫົວໜ່ວຍສື່ມວນຊົນ ແລະ ຜູ້ເຮັດວຽກງານສື່ມວນຊົນດີເດັ່ນ 15 ຄົນ ໄດ້ຮັບໃບຍ້ອງຍໍຈາກກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ. ມີນັກຂ່າວຫຼາຍຄົນ ໄດ້ ແລະ ກໍາລັງມານະພະຍາຍາມສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຫື່ອແຮງຂອງການເຂົ້າໃນການພັດທະນາຂອງແຕ່ລະອົງການສື່ມວນຊົນ, ກໍຄືພາລະກິດສື່ມວນຊົນປະຕິວັດເວົ້າລວມ, ຕອບສະໜອງໄດ້ຕາມບັນດາໜ້າທີ່ວຽກງານ, ຄວາມຮຽກຮ້ອງຕ້ອງການຂອງໄລຍະໃໝ່.