(vovworld)- ຕອນເຊົ້າວັນທີ 5/2, ຢູ່ ຮ່າໂນ້ຍ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍການຮັບເອົາຄຳເຫັນຈາກພະນັກງານ, ລັດຖະກອນ, ຄົນງານ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຟ້າມທິຫາຍຈ່ວຽນ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມໃຫ້ຮູ້ວ່າ: ເລື່ອງຮັບເອົາຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຮັບການປະຕິບັດດ້ວຍຫລາຍຮູບການເໝາະສົມ, ປະຊາທິປະໄຕ, ເປີດເຜີຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ພະນັກງານ, ລັດຖະກອນ ແລະ ຄົນງານໝົດທຸກຄົນໄດ້ເຂົ້າຮ່ວມ. ທ່ານນາງ ຟ້າມທິຫາຍຈ່ວຽນ ກ່າວວ່າ:
“ເລື່ອງເຂົ້າຮ່ວມການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແມ່ນບັ້ນດຳເນີນຊີວິດການເມືອງຄັ້ງໃຫຍ່, ແມ່ນວຽກງານສຳຄັນຍິ່ງ. ສຳລັບກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ, ພວກຂ້າພະເຈົ້າກຳນົດວ່າ ໃນໄຕມາດ 1 ຈະສຸມໃສ່ຄົ້ນຄ້ວາ, ຊາບຊືມຕາມວິວັດການປະຕິບັດເພື່ອເຂົ້າຮ່ວມປັບປຸງລັດຖະທຳມະນູນ ເຮັດແນວໃດກຳນົດໄດ້ຄວາມຮັບຜິດຊອບຂອງແຕ່ລະຄົນໃນການເຂົ້າຮ່ວມປະກອບຄຳເຫັນໃສ່ລັດຖະທຳມະນູນ.”