ກະສີກຳມີບົດບາດສຳຄັນພິເສດສຳລັບສະຖຽນລະພາບ ແລະ ການພັດທະນາຂອງປະເທດ
(ພິທີສະເຫຼີມສະຫຼອງ 38 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊເອກະລາດຊັ້ນໜຶ່ງ
ຂອງສະຖາບັນເຂົ້າເຂດທົ່ງພຽງແມ່ນຳ້ຂອງ)
(vovworld) - ກະສີກຳມີບົດບາດສຳຄັນພິເສດສຳລັບສະຖຽນລະພາບ ແລະ ການພັດທະນາຂອງປະເທດ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ເນັ້ນໜັກຄືດັ່ງກ່າວ ທີ່ພິທີສະເຫຼີມສະຫຼອງ 38 ປີ ແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊເອກະລາດຊັ້ນໜຶ່ງຂອງສະຖາບັນເຂົ້າເຂດທົ່ງພຽງແມ່ນຳ້ຂອງ, ເຊິ່ງດຳເນີນໃນຕອນເຊົ້າວັນທີ 29/1, ຢູ່ແຂວງເກິ່ນເທີ. ຕາມທ່ານປະທານປະເທດແລ້ວ, ກອງປະຊຸມສູນກາງຄັ້ງທີ 7 ຊຸດທີ 10 ໄດ້ອອກມະຕິກ່ຽວກັບກະສີກຳ, ຊົນນະບົດ, ໃນນັ້ນວາງໜ້າທີ່ກໍ່ສ້າງພື້ນຖານກະສີກຳພັດທະນາຢ່າງຮອບດ້ານຕາມທິດທັນສະໄໝ, ໝັ້ນຄົງ, ຮັບປະກັນດ້ານສະບຽງອາຫານແຫ່ງຊາດໄວ້ຢ່າງໝັ້ນຄົງ. ເພີ່ມທະວີການນຳໃຊ້ວິທະຍາ ສາດ, ເຕັກໂນໂລຢີທີ່ທັນສະໄໝ. ທ່ານປະທານປະເທດສະເໜີຄະນະນຳສະຖາບັນເຂົ້າເຂດທົ່ງພຽງແມ່ນຳ້ຂອງ ແລະ ຖັນແຖວພະນັກງານວິທະ ຍາສາດຂອງສະຖາບັນ, ຕ້ອງຊາບຊືມຢ່າງເລິກເຊິ່ງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍການປະຕິບັດມະຕິນີ້ໃຫ້ສຳເລັດ.
“ສະຖາບັນຄວນສືບຕໍ່ເປັນເຈົ້າເຕັກໂນໂລຢີທີ່ທັນສະໄໝ, ພິເສດແມ່ນເຕັກໂນໂລຢີຊີວະສາດ, ບັນລຸລະດັບທຽບເທົ່າກັບບັນດາປະເທດທີ່ກ້າວໜ້າໃນພາກພື້ນ ແລະ ໃນໂລກ; ຍູ້ແຮງການຖ່າຍທອດວິທະຍາສາດ, ເຕັກໂນໂລຢີ, ເຜີຍແຜ່ ແລະ ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝໃນການປູກຝັງ, ຕັ້ງໜ້າເປັນເສນາທິການ, ໃຫ້ຄຳປຶກສາໃຫ້ທ້ອງຖີ່ນຕ່າງໆ, ປະກອບສ່ວນຍົກສູງສະມັດຕະພາບ, ເພີ່ມທະວີການບຳລຸງສ້າງຄວາມຮູ້ດ້ານວິທະຍາສາດ, ເຕັກນິກການຜະລິດທີ່ກ້າວໜ້າ, ທັນສະໄໝໃຫ້ແກ່ຊາວກະສີກອນ, ກໍ່ສ້າງບັນດາເຂດຜະລິດກະສີກຳທີ່ປອດໄພ ດ້ວຍເຕັກໂນໂລຢີສູງ“.