(VOVWORLD) - ປະເທດນີ້ກຽມພ້ອມຈັດຕັ້ງການເຈລະຈາເພື່ອແກ້ໄຂວິກິດການກັບບັນດາປະເທດບ້ານໃກ້ເຮືອນຄຽງໃນເຂດອ່າວເບີເຊຍ
ທ່ານ Mohammed bin Abdulrahman al – Thani, ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
ວັນທີ 6 ມິຖຸນາ, ທ່ານ Mohammed bin Abdulrahman al – Thani, ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ ໃຫ້ຮູ້ວ່າ: ປະເທດນີ້ກຽມພ້ອມຈັດຕັ້ງການເຈລະຈາເພື່ອແກ້ໄຂວິກິດການກັບບັນດາປະເທດບ້ານໃກ້ເຮືອນຄຽງໃນເຂດອ່າວເບີເຊຍ. ເຈົ້າໜ້າທີ່ການທູດຜູ້ນີ້ ໄດ້ເນັ້ນໜັກວ່າ: ກາຕາ ມີຄວາມເຊື່ອໝັ້ນຕໍ່ວິທີການແກ້ໄຂດ້ວຍທາງການທູດ ແລະ ປາດຖະໜາຢາກຊຸກຍູ້ສັນຕິພາບ ຢູ່ ຕາເວັນອອກກາງ ແລະ ກາຕາ ກໍ່ຢາກເຂົ້າຮ່ວມການຕ້ານກ່ໍການຮ້າຍ.
ກ່ອນໜ້ານັ້ນ, ວັນທີ 5 ມິຖຸນາ, ອາຣັບບີ ຊາອູດີ, ອີຢິບ, ສະຫະລັດ ອາຣັບ ເອມີເຣດ ແລະ ບາເຣັນ ໄດ້ປະກາດຢຸດຕິການພົວພັນທາງການທູດກັບ ກາຕາ ດ້ວຍຂໍ້ກ່າວຫາວ່າ Doha ໜູນຊ່ວຍບັນດາກຸ່ມກໍ່ການຮ້າຍ ແລະ ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດໃນພາກພື້ນ. ເພື່ອສະໜັບສະໜູນຄຳຕັດສິນຂອງປະເທດນີ້, Yemen, ລັດຖະບານໂດຍສາກົນຮັບຮູ້ຢູ່ພາກຕາເວັນອອກ ລີບີ ແລະ Maldives ບໍ່ໄດ້ຕັດການພົວພັນກັບ Doha ໃນວັນດຽວກັນ.