ການກະກຽມບັນດາວິທີສົ່ງຄົນງານຫວຽດນາມຢູ່ Libya ກັບເມືອປະເທດ

ການກະກຽມບັນດາວິທີສົ່ງຄົນງານຫວຽດນາມຢູ່ Libya ກັບເມືອປະເທດ - ảnh 1
ພາບປະກອບ

(vovworld)-​ ຫ້ອງ​ວ່າການ​ລັດ​ຖະ​ບານ​ຫາ​ກໍ່​ປະ​ກາດຄວາມ​ເຫັນ​ຊີ້ນຳຂອງ​ນາ​ຍົກລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກ່ຽວ​ກັບ​ການ​ປົກ​ປ້ອງ​ໃຫ້ພົນ​ລະ​ເມືອງ​ຫວຽດ​ນາມ​ຢູ່ Libya ເຖິງ​ ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ແຮງ​ງານ-ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ. ຕາມນັ້ນ​ແລ້ວ, ທ່ານ ນາ​ຍົກລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ ​ໃຫ້ກະ​ຊວງ​ແຮງ​ງານ-​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ​ຊີ້ນຳ​ນຳ​ພາຢຸດ​​ຕິ​ຊົ່ວ​ຄາວການ​ສົ່ງ​ກຳ​ມະ​ກອນ​ຫວຽດ​ນາມ​ໄປ​ເຮັດ​ວຽກ​ຢູ່ Libya; ກະ​ຊວງ​ການ​ຕ່າງ​ປະ​ເທດ ​ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ Libya ​ຕິດ​ຕາມ​ສະ​ພາບ​ການ​ເປັນ​ເຈົ້າ​ການ, ສົມ​ທົບ​ກັບ​ກະ​ຊວງ​ແຮງ​ງານ-ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ມີ​ວິ​ທີ​ມາດ​ຕະ​ການ, ​ຮັບ​ປະ​ກັນ​ປອດ​ໄພ​,ໃຫ້​ແກ່ກຳ​ມະ​ກອນ ​ຫວຽດ​ນາມ​ທີ່​ກຳ​ລັງ​ເຮັດ​ວຽກ​ຢູ່ Libya . ​ນາ​ຍົກລັດ​ຖະ​ມົນ​ຕີ​ກໍ່​ຮຽກ​ຮ້ອງ ​ໃຫ້ກະ​ຊວງ​ແຮງ​ງານ-​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ,ມີ​ແຜນ​ການ​ສົ່ງ​ກຳ​ມະ​ກອນ ​  281 ຄົນ ທີ່​ພວມ​ເຮັດ​ວຽກ​ຢູ່ Tripoli ແລະ Bengazi ກັບ​​ເມືອປະ​ເທດ​ໂດຍ​ໄວ; ຕິດ​ຕາມ​ສະ​ພາບ​ຕົວ​ຈິງ, ກະ​ກຽມ​ວິ​ທີ ແລະ ເວ​ລາ ເພື່ອ​ສົ່ງ​ແຮງ​ງານ​ຫວຽດ​ນາມຢູ່ Libya ທັງ​ໝົດກັບ​​ເມືອປະ​​ເທດ. ນາ​ຍົກລັດ​ຖະ​ມົນ​ຕີ​ຕົກ​ລົງ​ໃຫ້​ນຳ​ໃຊ້ກອງ​ທຶນ​ໝູນ​ຊ່ວຍ​ວຽກ​ເຮັດ​ງານ​ທຳ​ຢູ່​ຕ່າງ​ປະ​ເທດ ເພື່ອ​ຊື້​ປີ້​ຍົນ​ ໃຫ້​ກຳ​ມະ​ກອນ​ ໃນກໍ​ລະ​ນີເຈົ້າ​ຂອງ​ແຮງ​ງານບໍ່​ສາ​ມາດ​ຈ່າຍ​ຄ່າ​ປີ້​ຍົນ​ໄດ້.

ຂ່າວ/ບົດ​ອື່ນ