ການຂວ້ຳບາດກູບາຈະສິ້ນສຸດ

ການຂວ້ຳບາດກູບາຈະສິ້ນສຸດ - ảnh 1
ທ່ານ​ປະທານ ກູ​ບາ Raul Castro ແລະ
ທ່ານປະທານາທິບໍດີ Barack Obama
(ພາບ: CNN)

(vovworld) - ບັນດາ​ມາດ​ຕະການຂວ້ຳ​ບາດສຳລັບ ກູ​ບາ​ຈະ​ສິ້ນ​ສຸດລົງ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ພາຍຫຼັງ​ການ​ເຈລະຈາ​ກັບ​ທ່ານ​ປະທານ ກູ​ບາ Raul Castro ຢູ່​ນະຄອນຫຼວງ ລາ​ຮາ​ວານ ​ໃນ​ຕອນ​ເຊົ້າ​ວັນ​ທີ 22/3 (ຕາມ​ເວລາ​ຫວຽດນາມ). ກ່າວ​ຄວາມ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ເຈລະຈາ, ການ​ນຳ​ທັງ​ສອງ​ທ່ານ​ຊີ້​ແຈ້ງວ່າ: ທັງ​ສອງ​ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ປະຕິ​ຮູບ​ດ້ານ​ເສດຖະກິດ ​ແລະ ສິດທິ​ມະນຸດ ​ແຕ່​ພັດ​ແບ່ງ​ປັນ​ທັດສະນະ​ລວມກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ຍົກ​ເລີກ​ບັນດາ​ມາດ​ຕະການ​ລົງ​ໂທດ​ເຊິ່ງອາ​ເມ​ລິ​ກາ​ໄດ້​ຈັດ​ວາງຕໍ່ ກູ​ບາ​ໃນ 5 ກວ່າ​ທົດ​ສະ​ວັດ​ຜ່ານ​ມາ. ການ​ນຳ​ທັງ​ສອງ​ທ່ານ​ລ້ວນ​ແຕ່​ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ອະນາຄົດ​ຂອງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ກູ​ບາ ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການຮ່ວມ​ໃນ​ບັນດາ​ຂົງ​ເຂດ​ເຊັ່ນ: ການ​ຄ້າ, ການທ່ອງທ່ຽວ, ການ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ, ສາທາລະນະ​ສຸກ…. ປະທານາທິບໍດີ Barack Obama ​ໃຫ້​ຮູ້​ວ່າ, ສອງ​ຝ່າຍ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ ​ແລະ ພວມ​ຕັ້ງໜ້າ​ຊອກ​ຫາ​ກາລະ​ໂອກາດ​ຕື່ມ​ອີກ:

        “ອາ​ເມ​ລິ​ກາ​ຮັບ​ຮູ້​ບັນດາ​ຄວາມ​ກ້າວໜ້າ​ເຊິ່ງ ກູ​ບາ​ຍາດ​ມາ​ໄດ້, ພິ​ເສດ​ແມ່ນ​ບັນດາ​ຜົນງານ​ໃຫຍ່​ດ້ານ​ສາທາລະນະ​ສຸກ ​ແລະ ການ​ສຶກສາ. ກູ​ບາ​ແມ່ນ​ປະ​ເທດ​ທີ່​ມີ​ອະທິປະ​ໄຕ, ຊາຕາກຳ ​ແລະ ອະນາຄົດ​ຂອງ ກູ​ບາ ​ໂດຍ​ຊາວ ກູ​ບາ​ຕັດສິນ, ຫາກ​ບໍ່​ແມ່ນ ອາ​ເມ​ລິ​ກາ ຫຼື​ ບໍ່​ວ່າ​ປະ​ເທດ​ໃດໆ“.

ຂ່າວ/ບົດ​ອື່ນ