ຈັດຕັ້ງການຄັດເລືອກ 10 ເຫດການວັດທະນະທຳ,
ກິລາ, ການທ່ອງທ່ຽວທີ່ດີເດັ່ນໃນປີ 2015
(ພາບ: dantri.com.vn)
(vovworld) – ຕອນເຊົ້າວັນທີ 24/12, ຢູ່ຮ່າໂນ້ຍ, ໜັງສືພິມວັດທະນະທຳ (ກະຊວງວັດທະນະທຳກິລາທ່ອງທ່ຽວ ຈັດຕັ້ງການຄັດເລືອກ 10 ເຫດການວັດທະນະທຳ, ກິລາ, ການທ່ອງທ່ຽວທີ່ດີເດັ່ນໃນປີ 2015. ຕາມນັ້ນແລ້ວ, ມີນັກຂ່າວ 150 ຄົນທີ່ຕິດຕາມດ້ານວັດທະນະທຳ, ກິລາ, ທ່ອງທ່ຽວ ຕາງໜ້າບັນດາອົງການສຳນັກງານສື່ມວນຊົນໃນທົ່ວປະເທດປ່ອນບັດຄັດເລືອກເອົາ 10 ເຫດການດີເດັ່ນກ່ວາໝູ່ໃນຈຳນວນ 15 ເຫດການໄດ້ຮັບການສະເໜີ. ບັນດາເຫດການໄດ້ຮັບການຄັດເລືອກໃນປີນີ້ລວມມີ: UNESCO ຮັບຮອງມໍລະດົກຫລາຍປະເທດກ່ຽວກັບພິທີການ ແລະ ການຫຼິ້ນດຶງເຊືອກ ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ມີຮູບຮ່າງຕາງໜ້າມວນມະນຸດ; ປ່າສະຫງວນແຫ່ງຊາດ ຟອງຍາ - ແກ່ບ່າງ ໂດຍ UNESCO ຮັບຮອງເປັນມໍລະດົກທຳມະຊາດໂລກຄັ້ງທີ 2; ງານວາງສະແດງ 70 ປີແຫ່ງວັນຜົນງານເສດຖະກິດ - ສັງຄົມ; ເປັນຄັ້ງທຳອິດທີ່ລັດ ຫວຽດນາມ ຮັບຮອງນາມມະຍົດສິລະປະກອນດີເດັ່ນ, ເຊີດຊູບັນດາຜູ້ທີ່ໄດ້ຮັກສາ ພື້ນເມືອງວັດທະນະທຳໃນຂົງເຂດມໍລະດົກວັດທະນະທຳບໍ່ມີຮູບຮ່າງ; ລາຍການໂທລະພາບຖ່າຍທອດສົດ Good morning Amerca ຈາກຖ້ຳ ເຊີນດ່ອງ ແລະ ຖ້ຳ ແອ໋ນ ແຂວງ ກວາງບິ່ງ; ຊີເກມ 28 ແມ່ນ ຊີເກມ ທີ່ປະສົບຜົນສຳເລັດທີ່ສຸດໃນປະຫວັດສາດກິລາຂອງ ຫວຽດນາມ; ນັກກິລາ ແອ໋ງວຽນ ຢືນໃນ Top 5 ນັກລອຍນ້ຳຍິງດີເດັ່ນກ່ວາໝູ່ໃນ ອາຊຽນ.