ຕຳຫຼວດໄດ້ຮັບການຜັນຂະຫຍາຍຢູ່ສູນການຄ້າ
(ພາບ: AFP)
(vovworld) – ການຍິງປືນເກີດຂຶ້ນໃນຕອນຄ່ຳວັນທີ 22/7, ຢູ່ສູນການຄ້າ Olympic ຢູ່ນະຄອນ Munich, ລັດ Bayer, ປະເທດເຢຍລະມັນ. ປະຈຸບັນ, ຕຳຫຼວດ Munich ໄດ້ຢັ້ງຢືນຕົວການກໍ່ໃຫ້ເກີດການຍິງປືນດັ່ງກ່າວແມ່ນຊາວໜຸ່ມ ອາຍຸ 18 ປີ, ຖືສັນຊາດ ເຢຍລະມັນ ແລະ ອີຣານ. ຕົວການໄດ້ຂ້າຕົວຕາຍໃນສະຖານທີ່ເກີດເຫດ. ການຍິງປືນເຮັດໃຫ້ 9 ຄົນເສຍຊີວິດ , ນອກຈາກນັ້ນຍັງມີ 16 ຄົນຖືກຮັບບາດເຈັບ, ໃນນັ້ນມີ 3 ຄົນຖືກຮັບບາດເຈັບໜັກ. ເຫດການຍິງປືນຢູ່ Munich ເກີດຂຶ້ນພາຍຫຼັງຊາຍໜຸ່ມເຂົ້າເມືອງ ໄດ້ບຸກໂຈມຕີຜູ້ໂດຍສານດ້ວຍມິດ ໃນຖ້ຽວລົດໄຟຢູ່ນະຄອນ Wuerzburg, ລັດ Bavaria, ເມື່ອວັນທີ 18/7 ເຮັດໃຫ້ 5 ຄົນຖືກຮັບບາດເຈັບ.
ໃນຕອນເຊົ້າວັນທີ 23/7, ສະພາປ້ອງກັນຄວາມສະຫງົບສະຫະພັນ ເຢຍລະມັນ ໄດ້ຈັດກອງປະຊຸມດ່ວນພາຍໃຕ້ການເປັນປະທານຂອງທ່ານນາງນາຍົກລັດຖະມົນຕີ Angela Merkel. ການນຳຫຼາຍທ່ານໃນໂລກໄດ້ສະແດງຄວາມຄຽດແຄ້ນ ກ່ຽວກັບເຫດຍິງປືນດັ່ງກ່າວ.