ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ
ຕ້ອນຮັບ ທ່ານ Prak Sokhonn
(ພາບ: VGP/ຫາຍມີງ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຕ່າງປະເທດ ຟ້າມບີງມີງ, ລັດຖະມົນຕີຂັ້ນສູງ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນລາຊະອານາຈັກ ກຳປູເຈຍ ທ່ານ Prak Sokhonn ແລະ ຄະນະຜູ້ແທນກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນລາຊະອານາຈັກ ກຳປູເຈຍ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 21 – 23/06/2016. ໃນຕອນບ່າຍວັນທີ 22/6 ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn ຊຶ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງເຊື່ອໝັ້ນວ່າ ໃນຖານະຕຳແໜ່ງໃໝ່ ແລະ ປະສົບການຂອງຕົນ, ທ່ານລັດຖະມົນຕີ Prak Sokhonn ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງກຳປູເຈຍ, ພ້ອມທັງປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບ, ຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ 2 ປະເທດ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ສະເໜີ ໃນໄລຍະທີ່ຈະມາເຖິງ, 2 ກະຊວງຄວນສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນໃຫ້ເປັນຢ່າງດີ. ແລະ ກໍໃນຕອນບາຍວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn ຢ່າງສະໜິດສະໜົມ.
ກ່ອນໜ້ານັ້ນຄືໃນຕອນເຊົ້າວັນທີ 22/06 ຢູ່ຮ່າໂນ້ຍ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມີງ ໄດ້ມີການເຈລະຈາກັບທ່ານ Prak Sokhonn ລັດຖະມົນຕີອາວຸໂສ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນລາຊະອານາຈັກ ກຳປູເຈຍ. ທີ່ການເຈລະຈາ, ລັດຖະມົນຕີການຕ່າງປະເທດ 2 ທ່ານ ໄດ້ເຫັນດີເປັນເອກະພາບສົມທົບກັນສືບຕໍ່ກະກຽມໃຫ້ບັນດາການຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດເປັນຢ່າງດີ, ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນດ້ວຍຫລາຍຮູບແບບແຕກຕາງກັນໃນໄລຍະຈະມາເຖິງ. 2 ຝ່າຍເນັ້ນໜັກວ່າ ປີ 2017 ແມ່ນຂີດໝາຍສຳຄັນສະເຫຼີມ ສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.
2 ປະເທດຄວນເພີ່ມທະວີພ້ອມກັບບັນດາປະເທດ ອາຊຽນ ອື່ນໆ ປັບປຸງຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດໃຈກາງຂອງ ອາຊຽນ. ກ່ຽວກັບບັນຫາທະເລຕາເວັນອອກ 2 ຝ່າຍເຫັນດີເປັນເອກະພາບແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ, ສອດຄ່ອງກັບບັນດາຫຼັກການທີ່ໄດ້ຮັບການຮັບຮູ້ຈາກຂອງກົດໝາຍສາກົນຢ່າງກ້ວາງຂວາງ.