ການນຳກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຮອງເລຂາທິການໃຫຍ່ສະຫະປະຊາຊາດ
ທ່ານພົນໂທຫງວຽນຈີ໋ວີ້ງ ຕ້ອນຮັບ ທ່ານ Herve Ladsous
(ພາບ : Báo Quân đội nhân dân)
(vovworld) – ຕອນບ່າຍວັນທີ 9/6, ຢູ່ຮ່າໂນ້ຍ, ທ່ານພົນໂທຫງວຽນຈີ໋ວີ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ໄດ້ໃຫ້ການຕ້ອນຮັບທ່ານ Herve Ladsous, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານພົນໂທຫງວຽນຈີ໋ວີ້ງ ຕີລາຄາສູງການໜູນຊ່ວຍຂອງສະຫະປະຊາຊາດ ສຳລັບຫວຽດນາມ ໃນວິວັດການກະກຽມ, ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ຢັ້ງຢືນວ່າ: ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນການເຂົ້າຮ່ວມທີ່ມີຄວາມຮັບຜິດຊອບເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ. ໃນໄລຍະຈະມາເຖິງ, ສູນຮັກສາສັນຕິພາບຫວຽດນາມ ຈະສົ່ງບັນດານາຍທະຫານເປັນເສນາທິການ, ທ່ານໝໍເສນາຮັກ ແລະ ກຳລັງທະຫານຊ່າງແສງເຂົ້າຮ່ວມໃນບັນດາຄະນະປະຕິບັດງານຂອງສະຫະປະຊາຊາດ. ທ່ານພົນໂທ ຫງວຽນຈີ໋ວີ້ງ ສະເໜີໃຫ້ສະຫະປະຊາຊາດຊ່ວຍເຫຼືອຫວຽດນາມ ບັນດາເອກະສານກຳນົດມາດຖານ ແລະ ໜູນຊ່ວຍນັກຊ່ຽວຊານໃນວຽກງານຝຶກຊ້ອມຮັກສາສັນຕິພາບ; ແນະນຳ ແລະ ສະໜັບສະໜູນຫວຽດນາມ ໃນການສະໝັກເລືອກຕັ້ງເຂົ້າໃນບາງຕຳແໜ່ງຢູ່ສະຫະປະຊາຊາດ.