ການນຳກະຊວງປ້ອງກັນປະເທດ ຕ້ອນຮັບ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ສ.ເຊັກ
ພົນໂທ ເຈືອງກວາງແຄ໋ງ
ຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳການຄ້າສ.ເຊັກ
(ພາບ: mod.gov.vn)
(vovworld) – ວັນທີ 12/05, ຢູ່ຮ່າໂນ້ຍ, ພົນໂທ ເຈືອງກວາງແຄ໋ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າສ.ເຊັກ Jan Mladek, ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ສ.ເຊັກ ຢູ່ຫວຽດນາມ. ທີ່ການຕ້ອນຮັບ, ພົນໂທ ເຈືອງກວາງແຄ໋ງ ຊົມເຊີຍການຮ່ວມມືຂອງສ.ເຊັກ ກັບຫວຽດນາມ ໃນບັນດາຂົງເຂດ, ໂດຍສະເພາະແມ່ນຂົງເຂດເຕັກນິກການທະຫານໃນໄລຍະຜ່ານມາ; ພ້ອມທັງສະເໜີໃຫ້ 2 ຝ່າຍຄວນຍູ້ໄວການພົວພັນຮ່ວມມືໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດວິທະຍາສາດເຕັກນິກເວົ້າລວມ ແລະ ເຕັກນິກການທະຫານເວົ້າສະເພາະ. ທ່ານລັດຖະມົນຕີ Jan Mladek ປາດຖະໜາ ຢາກສືບຕໍ່ຍູ້ແຮງການພົວພັນຮ່ວມມືລະຫວ່າງ 2 ປະເທດຫວຽດນາມ ແລະ ສ.ເຊັກ.