ການນຳຂັ້ນສູງພັກ, ລັດ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນ

 ການນຳຂັ້ນສູງພັກ, ລັດ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນ - ảnh 1
ທ່ານປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດ
ເລືອກຕັ້ງນະຄອນ ໂຮ່ຈິມີນ


(vovword) - ຕອນ​ເຊົ້າ​ວັນ​ທີ 25/6, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​Truong Tan Sang ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ນະ​ຄອນ ​ໂຮ່ຈິ​ມີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເມືອງ 1 ນະຄອນ​ໂຮ່ຈິ​ມີນ ​ເພື່ອ​ລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13. ທີ​່ການ​ຕ້ອນຮັບ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຕີ​ລາຄາ​ສູງ​ບັນດາ​ເນື້ອ​ໃນ​ຊຶ່ງ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ໃນ​ສະ​ໄຫມ​ປະຊຸມ, ພິ​ເສດ ​ແມ່ນ​ສະພາບ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ ​ແລະ ​ກົດໝາຍສະບັບສຳຄັນ​​ຈຳນວນ​ຫນຶ່ງ, ສອດຄ່ອງ​ກັບ​ການ​ພັດທະນາ​ລວມ. ຕາມຜູ້​ມີ​ສິດ​ເລືອກ​ຕັ້ງ​ຫລາຍ​ຄົນ​ແລ້ວ, ລັດຖະບານ ຄວນ​ຫນູນ​ຊ່ວຍ​ຢ່າງ​ຕັ້ງຫນ້າກວ່າ​ອີກ​ເພື່ອ​​ໃຫ້​ວິ​ສາ​ຫະກິດ​ຟື້ນ​ຟູ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈຳ​ນວນ​ຫນຶ່ງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ກ່ຽວ​ກັບ​ບັນຫາ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໃຫ້​ຮູ້​ວ່າ:

        “ຕ້ອງ​ແກ້​ໄຂ​ສະພາບ​ຢຸດຕິ​ການ​ຜະລິດ, ສິນຄ້າ​ຄ້າງ​ສາງ, ວິ​ສາ​ຫະກິດ​ລົ້ມ​ລະລາຍ, ຫນິ້​ເສຍ​ເປັນ​ຈຳນວນ​ຫລວງຫລາຍ. ພ້ອມ​ກັນ​ນັ້ນ ຕ້ອງ​ສະ​ຫງວນ​ເວລາ​ຢ່າງ​ເໝາະ​ສົມ, ຊັບຊ້ອນ​ຈັດ​ຕັ້ງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່.”

ຕອນບ່າຍວັນດຽວກັນ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​Truong Tan Sang ໄດ້ມີການພົບປະກັບຜູ້ມີສິດເລືອກ
ຕັ້ງເມືອງ 3 ນະຄອນ ໂຮ່ຈິມີນ.

ແລະກໍໃນວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ແຂວງ Ha Tinh ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ພູດ​ອຍ Vu Quang ​ແຂວງ Ha Tinh ​ເພື່ອ​ແຈ້ງ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 3 ສະພ​າ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເຫ​ນີ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ຄວນ​ມີ​ບັນດາ​ມາດ​ຕະການ​ລະອຽດ ​ແລະ ບຸລິ​ມະ​ສິດ​ໃຫ້​ແກ່​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ເພື່ອ​ຫລຸດຜ່ອນ​ອັດຕາ​ຄອບຄົວ​ທຸກ​ຍາກ​​ເມື່ອ​ທຽບ​ກັບ​​ແຫ່ງ​ອື່ນ​​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ