(vovworld) - ວັນທີ 19/05, ທ່ານ ເຈີນແທງເມີນ, ຮອງປະທານ ທັງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ອວຍພອນສະພາບໍລິຫານງານພຸດທະສາສະໜາຫວຽດນາມ ຢູ່ຫ້ອງການ II ສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ (ນະຄອນໂຮ່ຈິມິນ) ເນື່ອງໃນໂອກາດວັນບຸນວິສາຂະບູຊາປີ 2016 - ພ.ສ 2560. ທ່ານ ເຈີນແທງເມີນ ປາດຖະໜາວ່າ, ຍາມໃດບັນດາຜູ້ມີຍົດຖາບັນດາສັກ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນຫວຽດນາມ ກໍ່ສາມັກຄີກັນ, ສະໜິດຕິດພັນໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສືບຕໍ່ຕອບສະໜອງ ແລະ ເຂົ້າຮ່ວມປະຕິບັດບັນດາຂະບວນການແຂ່ງຂັນຮັກຊາດ. ຕາງໜ້າໃຫ້ສະມາຄົມສະມາຄົມພຸດທະສາສະໜາຫວຽດນາມ, ພະມະຫາອາຈານ ທິກທ້ຽນເຍີນ, ປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ຢືນຢັນວ່າ, ສະພາບໍລິຫານງານສູນກາງພຸດທະສາສະໜາຫວຽດນາມ, ບັນດາຜູ້ມີຍົດຖາບັນດາສັກ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ ຍາມໃດກໍ່ສາມັກຄີກັນ, ສະໜິດຕິດພັນນຳກັນ, ສືບຕໍ່ຮັກສາ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງພຸດທະສາສະໜາຫວຽດນາມ, ຕັ້ງໜ້າເຂົ້າຮ່ວມການສ້າງສາ ແລະ ປົກປັກຮັກສາປະເທດຊາດ.