ທ່ານ ຫງວຽນແທ່ງຟອງ ຕ້ອນຮັບ
ທ່ານປະທານາທິບໍດີ ອຽກລັງ Michael D.Higgins
(ພາບ: TTXVN)
(vovworld) – ວັນທີ 11/11, ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ອຽກລັງ Michael D.Higgins ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສາທາລະນະລັດ ອຽກລັງ ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ນະທີ່ນີ້ ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ປາດຖະໜາວ່າ ໃນໄລຍະຈະມາເຖິງ ບັນດາວິສາຫະກິດ ອຽກລັງ ຈະເພີ່ມທະວີການສົ່ງເສີມ, ເປີດກ້ວາງຂອບຂະໜາດການລົງທຶນເຂົ້ານະຄອນ, ພິເສດ ແມ່ນໃນບັນດາຂົງເຂດ ຊຶ່ງ ອຽກລັງ ມີທ່າແຮງ ແລະ ບົດຮຽນຄື: ກະສິກຳ, ການປຸງແຕ່ງສະບຽງອາຫານ, ຜະລິດຕະພັນຈາກນ້ຳນົມ…ໃນຂົງເຂດການຄ້າ ທ່ານ ຫງວຽນແທ່ງຟອງ ປາດຖະໜາຢາກໃຫ້ ອຽກລັງ ສ້າງເງື່ອນໄຂໃຫ້ບັນດາຜະລິດຕະພັນຕຳ່ແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນກະເສດ, ອາຫານປຸງແຕ່ງ…ແຊກຊຶມເຂົ້າຕະຫລາດ ອຽກລັງ.
ສ່ວນທ່ານປະທານາທິບໍດີ Michael D.Higgins ຢືນຢັນວ່າ: ອຽກລັງ ຈະຕັ້ງໜ້າຍູ້ແຮງບັນດາການເຄື່ອນໄຫວຮ່ວມມືກັບນະຄອນໃນຂົງເຂດພັດທະນາກະສິກຳເຕັກໂນໂລຢີສູງ, ເຕັກນິກຊີວະສາດ. ອຽກລັງ ກໍ່ປາດຖະໜາຢາກຮ່ວມມືກັບນະຄອນ ໃນການຊຸກຍູ້ໂອກາດໃຫ້ຜະລິດຕະພັນກະເສດ ແຊກຊຶມເຂົ້າຕະຫລາດຂອງກັນ, ກໍ່ຄື