ທ່ານ Le Hoang Quan ຕ້ອນຮັບທ່ານ Herman Van Rompuy
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 1/11, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ Le Hoang Quan ໄດ້ໃຫ້ການຕ້ອນຮັບທ່ານ Herman Van Rompuy, ປະທານສະພາເອີລົບ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການຕຳຄຳເຊີນຂອງທ່ານປະທານປະເທດຫວຽດນາມ Truong Tan Sang. ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ Le Hoang Quan ຖືວ່າ, ການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາເອີລົບ ຈະເປີດໄລຍະໃໝ່ໃນການພົວພັນຮອບດ້ານລະຫວ່າງຫວຽດນາມ - ສະຫະພາບເອີລົບ (EU). ທ່ານ Le Hoang Quan ຍັງສະແດງຄວາມປາຖະໜາວ່າ ທ່ານ Herman Van Rompuy ກໍ່ຄື EU ສືບຕໍ່ໃຫ້ການສະໜັບສະໜູນຫວຽດນາມເວົ້າລວມ ແລະ ນະຄອນໂຮ່ຈີມິນເວົ້າສະເພາະ ໃນການໜູນຊ່ວຍແຫຼ່ງທຶນ ODA ແລະ ຊ່ວຍເຫຼືອລ້າໃຫ້ໂຄງການບໍລິການປະຊາຄົມຈຳນວນໜຶ່ງຄື ການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ, ການສຶກສາ, ພິເສດແມ່ນການປ່ຽນແປງຂອງດິນຟ້າອາກາດ.
ສ່ວນທ່ານ Herman Van Rompuy ກໍ່ຢັ້ງຢືນວ່າ ຍາມໃດ EU ກໍ່ປາຖະໜາຢາກປະກອບສ່ວນຫຼາຍກວ່າອີກໃຫ້ແກ່ການພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ. ຫວ່າງແລ້ວນີ້, ສອງຝ່າຍໄດ້ລົງນາມໃນສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ແລະ ໄດ້ດຳເນີນການເຈລະຈາຮອບທີ 1 ກ່ຽວກັບສັນຍາການຄ້າເສລີແລ້ວ, ນອກນັ້ນທະນາຄານລົງທຶນເອີລົບ ກໍ່ໄດ້ໃຫ້ການຊ່ວຍເຫຼືອດ້ານການເງິນແກ່ຫວຽດນາມ ທີ່ມີມູນຄ່າ 640 ລ້ານເອີໂຮ.