ການນຳນະຄອນໂຮ່ຈິມິນ ຕ້ອນຮັບຄະນະຜູ້ແທນກວດກາລັດຖະບານລາວ
(ທ່ານເລຮ່ວາງກວນ ຕ້ອນຮັບຄະນະຜູ້ແທນຂັ້ນສູງ
ອົງການກວດກາລັດຖະບານລາວ)
(vovworld) – ຕອນບ່າຍວັນທີ 10/07, ທ່ານເລຮ່ວາງກວນ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງອົງການກວດກາລັດຖະບານລາວ ໂດຍທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກວດການສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າອົງການກວດກາລັດຖະບານ ນຳໜ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ແນະນຳໂດຍຫຍໍ້ກ່ຽວກັບສະພາບເສດຖະກິດສັງຄົມ ກໍ່ຄືຂະແໜງກວດການະຄອນໂຮ່ຈິມິນ, ທ່ານເລຮ່ວາງກວນ ເນັ້ນໜັກວ່າ: ຂະແໜງກວດການະຄອນໄດ້ເປັນເສນາທິການ, ສະເໜີໃຫ້ຄະນະກຳມະການປະຊາຊົນນະຄອນໃນການຊີ້ນຳ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງຢ່າງຕັ້ງໜ້າ. ນະຄອນໂຮ່ຈິມິນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນຂົງເຂດກວດກາກັບລາວ. ທ່ານ ບຸນທອງ ຈິດມະນີ ຢືນຢັນວ່າ: ຍາມໃດລາວ ກໍ່ຖືການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ, ເຊິ່ງແມ່ນມໍລະດົກລວມທີ່ 2 ປະເທດໄດ້ເພີ່ມພູນຄູນສ້າງ ແລະ ສ້າງສາມາແຕ່ດົນນານ ເປັນສຳຄັນ.