ການນຳບັນດາກະຊວງ, ຄະນະ, ຂະແໜງການ ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນທ້ອງຖິ່ນຕ່າງໆ
(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ ປີຂານ 2022, ວັນທີ 13 ມັງກອນ, ຄະນະປະຕິບັດງານຂອງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານພົນໂທ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ ປ້ອມທະຫານປ້ອງກັນຊາຍແດນ ບິ່ງແທງ; ບໍລິສັດຫຸ້ນສ່ວນ ຫວິ້ງຮວ່ານ; ເຮັດວຽກກັບການນຳແຂວງ ດົ່ງທາບ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍແຂວງ ດົ່ງທາບ.
ຄະນະປະຕິບັດງານຂອງສະພາແຫ່ງຊາດ ຫວຽດນາມ ເຮັດວຽກກັບການນຳແຂວງ ດົ່ງທາບ (ພາບ: TTXVN) |
ຕອນບ່າຍວັນທີ 13 ມັງກອນ, ຄະນະປະຕິບັດງານຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ກຳມາທິການຊົນເຜົ່າ ກໍໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ນັກຮຽນ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ເທດສະບານ ລາວກາຍ, ແຂວງ ຊາປາ ດ້ວຍມູນຄ່າເກືອບ 1,7 ຕື້ ດົ່ງ. ທ່ານປະທານກຳມາທິການຊົນເຜົ່າ ເຮົ່າອາເລັ່ງ ແບ່ງປັນວ່າ:
“ການຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນເນື່ອງໃນໂອກາດບຸນເຕັດປີນີ້ ແມ່ນການກະທຳທີ່ມີຄວາມໝາຍທີ່ສຸດ ແນໃສ່ລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ ຖືກຕາມເນື້ອໃຈຈິດໃຈການຊີ້ນຳຂອງພັກ, ລັດຖະບານ ນັ້ນແມ່ນ ປະຊາຊົນທຸກຄົນໄດ້ຕ້ອນຮັບບຸນເຕັດ”.
ໃນວັນດຽວກັນ, ຄະນະຊາວໜຸ່ມນະຄອນດ່າໜັງ ໄດ້ຈັດລາຍການ “ສ້າງຄວາມອົບອຸ່ນແກ່ນ້ອງໃນລະດູໜາວ - ບຸນເຕັດແຫ່ງຄວາມຮັກແພງ” ຢູ່ຕາແສງ ເຟືອກແຈ໊ງ, ເມືອງເຟຶອກເຊີນ, ແຂວງ ກວ໋າງນາມ. ຄະນະຊາວໜຸ່ມ ນະຄອນດ່າໜັງ ໄດ້ມອບຂອງຂວັນບຸນເຕັດຈຳນວນ 200 ພູດ ພ້ອມດ້ວຍເສື້ອກັນໜາວ, ອຸປະກອນການຮຽນ, ທຶນການສຶກສາ ແລະ ມອບ - ຮັບກິດຈະກຳ ຕູ້ປຶ້ມເຍົາວະຊົນ - ອະນຸຊົນ ໃຫ້ແກ່ໂຮງຮຽນປະຖົມຕາແສງ ແຈ໊ງກົງ ແລະ ໂຮງຮຽນມັດທະຍົມຊົນເຜົ່າກິນນອນເຟືອກເຊີນ.
ໂດຍສືບຕໍ່ລາຍການເຄື່ອນໄຫວ, ວັນທີ 14 ມັງກອນ, ຄະນະປະຕິບັດງານຂອງສະພາແຫ່ງຊາດ, ໂດຍທ່ານພົນໂທ ເຈິ່ນກວາງເຟືອງ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ, ອວຍພອນກຳລັງຕຳຫຼວດກອງບັນຊາການຕຳຫຼວດເຄື່ອນທີ່ ຕາເວັນຕົກພາກໃຕ້ ແລະ ກອງພັນນ້ອຍການຖະແຫຼງຂ່າວ ເລກທີ 29, ທະຫານເຂດ 9 ຢູ່ ນະຄອນ ເກີ່ນເທີ.
ສ່ວນຄະນະປະຕິບັດງານຂອງກຳມາທິການຊົນເຜົ່າ ໄດ້ໄປຢ້ຽມຢາມ, ອວຍພອນພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍຢູ່ຕາແສງ ຝຸກຄວາ ແລະ ເມື່ອງຄວາ, ເມືອງ ທານອວຽນ (ລາຍເຈົາ) ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ.