(vovworld) – ກ່າວຄຳເຫັນທີ່ການຕ້ອນຮັບຜູ້ມີສິດເລືອກຕັ້ງຕາແສງ ລຽມຟອງ, ເມືອງ ແທງລຽມ ແລະ ຕາແສງ ຊວນເຄ, ເມືອງ ຫຼີເຍີນ, ແຂວງ ຮ່ານາມ ໃນວັນທີ 6/5, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ເນັ້ນໜັກວ່າ: ແຂວງ ຮ່ານາມ ຄວນຍຸແຮງການກໍ່ສ້າງຊົນນະບົດໃໝ່, ພິເສດແມ່ນທະວີຄຸນບັນດາແບບຢ່າງກ່ຽວກັບເລື່ອງປະຊາຊົນມອບທີ່ດິນເຮັດທາງຄົມມະນາຄົມຊົນນະບົດ, ບັນດາຮູບແບບກໍ່ສ້າງຊົນນະບົດໃໝ່ໃນແຂວງ. ສຳລັບບັນດາຂໍ້ສະເໜີອື່ນໆຂອງຜູ້ມີສິດເລືອກຕັ້ງຄື: ນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີ, ວຽກງານຕີລາຄາຍ້ອງຍໍຊົມເຊີຍບັນດາປັດໄຈທີ່ເປັນແບບຢ່າງ, ບັນດາຄຳຖາມກ່ຽວກັບການຖອນທີ່ດິນຄືນ, ບຸກເບີກໜ້າພຽງ, ສິດຜົນປະໂຫຍດຂອງປະຊາຊົນເມື່ອເຂົ້າຮ່ວມປະກັນສຸຂະພາບ... ທ່ານນາງຮອງປະທານປະເທດ ໄດ້ຕອບບັນດາຄຳຖາມດັ່ງກ່າວຢ່າງເຖິງຖອງ, ພ້ອມທັງຮຽກຮ້ອງອຳນາດການປົກຄອງທຸກຂັ້ນຕ້ອງເອົາໃຈໃສ່, ແກ້ໄຂຢ່າງທັນການ. ພັກ ແລະ ລັດ ຍາມໃດກໍ່ພະຍາຍາມສ້າງສຳເລັດບັນດາກົນໄກນະໂຍບາຍເພື່ອພ້ອມກັບປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ.
ແລະກໍ່ໃນວັນດຽວກັນ, ທ່ານ ດິງເທ໋ຮິງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພ້ອມກັບຄະນະ ສສຊ ແຂວງ ຮ່ວາບິ່ງ ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກີ່ເຊີນ ແລະ ເລືອງເຊີນ, ແຂວງ ຮ່ວາບີ່ງ.