ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານເອກອັກຄະລັດຖະທູດ ກູບາ Herminio Lope Diaz
(ພາບ: Trí Dũng/TTXVN)
|
(vovworld) - ຕອນເຊົ້າ ວັນທີ 28/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈິ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍການນຳຂັ້ນສູງຂອງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານຫວຽດນາມຫຼາຍທ່ານ ໄດ້ໄປສະຖານທູດກູບາ ປະຈຳຫວຽດນາມ ເພື່ອໄວ້ອາໄລ ແລະ ຂຽນໃສ່ປຶ້ມໄວ້ອາໄລ, ອາໄລຫາການນຳ ກູບາ Fidel Castro Rus, ອາດີດເລຂາທິການຜູ້ທີ່ໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດກູບາ, ອາດີດປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ.
ແລະກໍ່ໃນວັນດຽວກັນ, ທ່ານ ຟ້າມບິ່ງມິ່ງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຕ່າງປະເທດໄດ້ມາໄວ້ອາໄລ ແລະ ຂຽນໃສ່ປຶ້ມໄວ້ອາໄລ, ອາໄລຫາການນຳ ກູບາ Fidel Castro Rus. ຫຼາຍຄະນະຜູ້ແທນຂອງບັນດາຂະແໜງການ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າສະຖານທູດບັນດາປະເທດ, ບັນດາອົງການຈັດຕັ້ງສາກົນປະຈຳຫວຽດນາມ, ບັນດາຊາວຫວຽດນາມທີ່ເຄີຍມີໂອກາດໄດ້ພົບປະ, ສຳພັດກັບເພິ່ນ, ບັນດາຜູ້ທີ່ເຄີຍຮ່ຳຮຽນ, ດຳລົງຊີວິດຢູ່ກູບາ ກໍ່ໄດ້ໄປໄວ້ອາໄລ ເພື່ອອາໄລຫາການນຳ ກູບາ Fidel Castro Rus ທີ່ສະຖານທູດກູບາ ປະຈຳຫວຽດນາມ.
ໂດຍຕາງໜ້າລັດຖະບານ ແລະ ປະຊາຊົນກູບາ ທ່ານ Herminio Lopez Diaz ເອກອັກຄະລັດຖະທູດກູບາປະຈຳຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈດ້ວຍຄວາມຈິງໃຈສຳລັບອາລົມຈິດ ເຊິ່ງພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ຜູ້ນຳ ກູບາ Fidel Castro Rus. ສະຖານທູດກູບາປະຈຳຫວຽດນາມ ໄດ້ເປີດສະໝຸດບັນທຶກໄວ້ອາໄລ ການນຳ ກູບາ Fidel Castro Rus ແຕ່ວັນທີ 28/11-4/12/2016.