ນາຍົກລັດຖະມົນຕີ ລາວ ແລະ ປະທານສະພາແຫ່ງຊາດ ຫວຽດນາມ
(ພາບ: nguyenphutrong.net)
|
(vovworld) – ຕອນບ່າຍວັນທີ 17/7, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ທອງສິງ ທຳມະວົງ, ກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ນາຍົກລັດຖະມົນຕີ ສປປ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ອວຍພອນບັນດາຜົນງານສຳຄັນໃນຂົງເຂດຕ່າງໆ ຊື່ງ ສປປ ລາວ ບັນລຸໄດ້ໃນໄລຍະຜ່ານມາ, ສະແດງຄວາມໄວ້ເນື້ອເຊື່ອໃຈຢ່າງວ່າ: ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດ ລາວ, ການຄຸ້ມຄອງ, ບໍລິຫານຂອງລັດຖະບານລາວ, ປະຊາຊົນລາວ ອ້າຍນ້ອງຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ນັ້ນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີຄັ້ງທີ 7 ຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ຂອງພັກບັນລຸຜົນສຳເລັດ. ທ່ານເລຂາທິການໃຫຍ່ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບ ລາວ ສືບຕໍ່ນຳການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອການພັດທະນາ ແລະ ວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.
ແລະກໍໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານລາວ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງລັດຖະສະພາ, ຮ່ວມມືຢ່າງແໜ້ນແຟ້ນໃນການຕິດຕາມກວດກາການປະຕິບັດບັນດາໂຄງການຮ່ວມມືລົງທຶນລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ລາວ ພວມໃນວິວັດການປັບປຸງລັດຖະທຳມະນູນປີ 2015, ຫວັງວ່າສະພາແຫ່ງຊາດ ຫວຽດນາມ ດ້ວຍບົດຮຽນຂອງຕົນຈະຮ່ວມມື, ແບ່ງປັນບົດຮຽນໃນຂົງເຂດນີ້ກໍຄືສະໜັບສະໜູນລາວ ປະຕິບັດບົດບາດເປັນປະທານ ອາຊຽນໃນປີນີ້ສຳເລັດຜົນ.
ໃນການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງສິງທຳມະວົງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນີງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ໄດ້ລາຍງານໃຫ້ທ່ານນາຍົກລັດຖະມົນຕີ ລາວ ຮັບຊາບກ່ຽວກັບບັນຫາຫລຸດຜ່ອນຄວາມທຸກຍາກແບບຍືນຍົງຢູ່ ຫວຽດນາມ.