ການນຳພັກ,ລັດຫວຽດນາມ ສົ່ງໂທລະເລກອວຍພອນປະທານາທິບໍດີແລະຮອງປະທານາທິບໍດີອາເມລິກາ

(VOVWORLD) -ການນຳຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ, ປະທານາທິບໍດີ ແລະ ອຳນາດການປົກຄອງຊຸດໃໝ່ຂອງອາເມລິກາ ຈະປະສົບຜົນສຳເລັດໃໝ່ຫຼາຍຢ່າງ ເພື່ອ ພັດທະນາວັດທະນາຖາວອນ ແລະ ຄວາມຜາສຸກຂອງປະເທດ ແລະ ປະຊາຊົນອາເມລິກາ
ການນຳພັກ,ລັດຫວຽດນາມ ສົ່ງໂທລະເລກອວຍພອນປະທານາທິບໍດີແລະຮອງປະທານາທິບໍດີອາເມລິກາ - ảnh 1ທ່ານ Joseph R.Biden Jr ທີ່ພິທີສາບານຕົວດຳລົງຕຳແໜ່ງປະທານາທິບໍ
(ພາບ: AFP/TTXVN)

ເນື່ອງໃນໂອກາດທ່ານ Joseph R.Biden Jr. ເຂົ້າພິທີສາບານຕົວດຳລົງຕຳແໜ່ງປະທານາທິບໍດີຜູ້ທີ 46 ຂອງສະຫະລັດອາເມລິກາ, ວັນທີ 21 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກອວຍພອນ.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະແດງຄວາມເຊື່ອໝັ້ນວ່າ, ປະທານາທິບໍດີ ແລະ ອຳນາດການປົກຄອງຊຸດໃໝ່ຂອງອາເມລິກາ ຈະປະສົບຜົນສຳເລັດໃໝ່ຫຼາຍຢ່າງ ເພື່ອ ພັດທະນາວັດທະນາຖາວອນ ແລະ ຄວາມຜາສຸກຂອງປະເທດ ແລະ ປະຊາຊົນອາເມລິກາ; ສືບຕໍ່ຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ໃນໂລກ. ດ້ວຍພື້ນຖານການພົວພັນລະຫວ່າງຫວຽດນາມ - ອາເມລິກາ ທີ່ໄດ້ຮັບການສ້າງຕັ້ງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນຕະຫຼອດ 25 ປີຜ່ານມາ, ພ້ອມກັບອາລົມຈິດອັນດີງາມຂອງທ່ານປະທານາທິບໍດີ Joe Biden ທີ່ມີຕໍ່ຫວຽດນາມ, ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ໝັ້ນຄົງ.

        ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ