ການນຳພັກ, ລັດຢ້ຽມຢາມ, ອວຍພອນບຸນເຕັດຢູ່ບັນດາທ້ອງຖິ່ນ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີືສະເໜີໃຫ້ບັນດາອົງການຂັ້ນສູນກາງ, ຄະນະພັກອຳນາດການປົກຄອງບັນດາທ້ອງຖິ່ນສືບຕໍ່ເອົາໃຈໃສ່, ເບິ່ງແຍງຊີວິດການເປັນຢູ່ຂອງບັນດາຄອບຄົວທຸກຍາກ, ປະຊາຊົນເຂດພູສູງ, ເຂດຊາຍແດນພັດທະນາເສດຖະກິດ - ສັງຄົມ.
ທ່ານ ປະທານສະພາຊົນເຜົ່າ ກໍ່ໄດ້ມອບໃຫ້ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ດັກລັກ ຈຳນວນເງິນ 250 ລ້ານດົ່ງ |
ຕອນເຊົ້າວັນທີ 28 ມັງກອນ, ໂດຍສືບຕໍ່ລາຍການຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ດ້ຽນບຽນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດກ່ວາ 200 ພູດ ໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງ ນ້ຳໂປ່ ແລະ ເມື່ອງຈ່າ. ທ່ານຮອງນາຍົກລັດຖະມົນຕີືກໍ່ໄດ້ເຂົ້າຮ່ວມພິທີຕິດປ້າຍເຮືອນແຫ່ງມະຫາສາມັກຄີ ໃຫ້ແກ່ 2 ຄອບຄົວທຸກຍາກຢູ່ 2 ເມືອງນີ້. ທ່ານຮອງນາຍົກລັດຖະມົນຕີືສະເໜີໃຫ້ບັນດາອົງການຂັ້ນສູນກາງ, ຄະນະພັກອຳນາດການປົກຄອງບັນດາທ້ອງຖິ່ນສືບຕໍ່ເອົາໃຈໃສ່, ເບິ່ງແຍງຊີວິດການເປັນຢູ່ຂອງບັນດາຄອບຄົວທຸກຍາກ, ປະຊາຊົນເຂດພູສູງ, ເຂດຊາຍແດນພັດທະນາເສດຖະກິດ - ສັງຄົມ.
ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານ ອີແທັງຮ່າ ນີເອ ກາດຳ, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ, ມອບຂອງຂວັນແກ່ບາງອົງການ, ຫົວໜ່ວຍຢູ່ແຂວງ ດັກລັກ ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດປີມະໂລງ 2024. ທ່ານ ປະທານສະພາຊົນເຜົ່າ ກໍ່ໄດ້ມອບໃຫ້ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ດັກລັກ ຈຳນວນເງິນ 250 ລ້ານດົ່ງ (ເທົ່າກັບ 10.000 ກ່ວາ ໂດລາສະຫະລັດ) ຊຶ່ງເປັນຂອງຂວັນໃຫ້ບັນດາຄອບຄົວຊົນເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024.