ການ​ນຳ​ພັກ, ລັດ ເຂົ້າ​ຄ່ຳ​ນັບ​ສຸ​ສານ​ປະ​ທານ ຮ່າ​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ ປີ​ຊ​ວດ 2020

(VOVWORLD) -ຕອນເຊົ້າວັນທີ 22 ມັງກອນ, ເນື່ອງໃນໂອກາດບຸນເຕັດປີຊວດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານ ອາໄລຫາປະທານໂຮ່ຈີມິນ.
ການ​ນຳ​ພັກ, ລັດ ເຂົ້າ​ຄ່ຳ​ນັບ​ສຸ​ສານ​ປະ​ທານ ຮ່າ​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ ປີ​ຊ​ວດ 2020 - ảnh 1 ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານ ອາໄລຫາປະທານໂຮ່ຈີມິນ (ພາບ: TTXVN)

         ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເມີ້ນ ໄດ້ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ. ຫຼັງຈາກນັ້ນ ຄະນະໄດ້ໄປວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທີ່ ຖະໜົນບັກເຊີນ, ຮ່າໂນ້ຍ.

        ແລະກໍ່ໃນຕອນເຊົ້າວັນທີ 22 ມັງກອນ, ຄະນະຜູ້ແທນການນຳພັກ, ລັດ ໄດ້ວາງພວງມາລາ, ຖະຫວາຍທູບທຽນອາໄລຫາບັນດານັກປະຕິວັດລຸ້ນກ່ອນ ແລະ ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ສຸສານ ມາຍຢິກ - ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ