ການນຳພັກ, ສະພາແຫ່ງຊາດ ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ບາງທ້ອງຖິ່ນ
(VOVWORLD) -ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ພ້ອມກັບຄະນະປະຕິບັດງານ ຂອງສະພາແຫ່ງຊາດ ໄດ້ມອບຂອງຂວັນ 200 ພູດ ໃຫ້ແກ່ກຳມະກອນຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຂອງ 4 ບໍລິສັດຢາງພາລາ ໃນບໍລິເວນແຂວງ ຢາລາຍ ຜ່ານລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ແຫ່ງຄວາມສະຫງົບ” ໂດຍ ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັ້ງ.
ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງມອບຂອງຂວັນໃຫ້ແກ່ນັກຮົບຢູ່ປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ເປີອີ |
ຕອນບ່າຍວັນທີ 22 ມັງກອນ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດການນຳອົງຄະນະພັກນະຄອນ ດ່ານັ້ງ ແລະ ບັນດາຫົວໜ່ວຍ, ກຳລັງປະກອບອາວຸດ, ກອງທັບໃນບໍລິເວນນະຄອນ. ຢ້ຽມຢາມ ກອງບັນຊາການທະຫານປ້ອງກັນຊາຍແດນ, ຕຳຫຼວດນະຄອນ, ກອງເຍົາວະຊົນນະຄອນດ່ານັ້ງ, ກອງບັນຊາການກອງທັບເຮືອເຂດ 3 ແລະ ບໍລິສັດໃຫຍ່ ຊົງທູ, ທ່ານຮອງປະທານສະພາແຫ່ງຊາດ ມີຄວາມປາດຖະໜາຢາກບັນດາກົມກອງຕຳຫຼວດ, ກອງທັບ ຍາມໃດກໍ່ກຽມພ້ອມການສູ້ຮົບ, ຮັບປະກັນຮັກສາຈຳນວນທະຫານໃນຍາມບຸນເຕັດ, ທັງປະຕິບັດໜ້າທີ່ວິຊາການ, ທັງກຽມພ້ອມຮັບມື ເມື່ອໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນຫຼາຍກ່ວາອີກ. ບັນດາກົມກອງຕ້ອງເອົາໃຈໃສ່ເບິ່ງແຍງດູແລ ຊີວິດການເປັນຢູ່ຂອງພະນັກງານ, ນັກຮົບພວມປະຕິບັດໜ້າທີ່.
ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ພ້ອມກັບຄະນະປະຕິບັດງານ ຂອງສະພາແຫ່ງຊາດ ໄດ້ມອບຂອງຂວັນ 200 ພູດ ໃຫ້ແກ່ກຳມະກອນຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຂອງ 4 ບໍລິສັດຢາງພາລາ ໃນບໍລິເວນແຂວງ ຢາລາຍ ຜ່ານລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ແຫ່ງຄວາມສະຫງົບ” ໂດຍ ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັ້ງ.
ຢູ່ຕວຽນກວາງ, ທ່ານປະທານສະພາທິດສະດີສູນກາງ ຫງວຽນຊວັນທັ້ງ ພ້ອມກັບຄະນະປະຕິບັດງານ ໄດ້ເຂົ້າຮ່ວມລາຍການມອບຂອງຂວັນບຸນເຕັດ ຂອງການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຕວຽນກວາງ ໃນຍາມບຸນເຕັດ ປີຂານ 2022.