ການນຳລັດຖະບານຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ຫງວຽນວັນລິງແລະທ່ານນາຍົກລັດຖະມົນຕີຟ້າມວັນດົ່ງ

(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ປີຈໍ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ໄປຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນວັນລິງ.

ການນຳລັດຖະບານຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ຫງວຽນວັນລິງແລະທ່ານນາຍົກລັດຖະມົນຕີຟ້າມວັນດົ່ງ - ảnh 1 ການນຳລັດຖະບານຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ຫງວຽນວັນລິງ

(ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອາໄລຫາການນຳທີ່ກ້າຄິດກ້າທຳ ແລະ ໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນພາລະກິດປ່ຽນແປງໃໝ່ຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ທ່ານນາງ ໂງທິເຫ້ວ, ພັນລະຍາຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ, ເຊິ່ງປີນີ້ມີອາຍຸ 100 ກວ່າປີແລ້ວ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຖະຫວາຍທູບທຽນອາໄລຫາທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ, ເຊິ່ງຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີນັບແຕ່ປີ 1955 – 1987.

ຕອບກັບ

ຂ່າວ/ບົດ​ອື່ນ