ການນຳລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບກ່ຽວກັບສະພາບການຊີຣີ
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Barack Obama
(ພາບ: Reuters)
|
(vovworld) – ວັນທີ 14/2, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອາເມລິກາ Barack Obama ເພື່ອປຶກສາຫາລື ກ່ຽວກັບບັນຫາ ຊີຣີ. ການນຳ 2 ທ່ານ ໄດ້ຕີລາຄາຕັ້ງໜ້າກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ໃນການເຈລະຈາຢູ່ Munich, ປະເທດ ເຢຍລະມັນ ໃນອາທິດກ່ອນ, ພ້ອມທັງເອີ້ນວ່າ: ນີ້ແມ່ນການແລກປ່ຽນ “ກົງໄປກົງມາ ແລະ ແທດຈິງ”. ທ່ານປະທານາທິບໍດີ Vladimir Putin ໄດ້ຢືນຢັນຄືນໃໝ່ວ່າ: ສຳພັນທະມິດເປັນເອກະພາບກັນເພື່ອຕ້ານກໍ່ການຮ້າຍຢູ່ ຊີຣີ ແມ່ນຈຳເປັນທີ່ສຸດ. ການນຳ 2 ທ່ານກໍເຫັນດີເປັນເອກະພາບກັນດຳເນີນການເຄື່ອນໄຫວຮ່ວມມືຜ່ານບັນດາອົງການອື່ນໆ ທາງການທູດ ແລະ ອົງການເພື່ອປະຕິບັດຂໍ້ຕົກລົງຢຸດຍິງຊົ່ວຄາວທີ່ບັນລຸໄດ້ຢູ່ Munich ໃນວັນທີ 11/2 ຜ່ານມາ. ລັດເຊຍ ຄັດຄ້ານທຸກການກະທຳແຊກແຊງທາງບົກຢູ່ ຊີຣີ, ໃນສະພາບການ ຕວກກີ ພວມຄິດໄລ່ຊັ່ງຊາຜັນຂະຫຍາຍການບຸກໂຈມຕີທາງບົກ ພ້ອມກັບກຳລັງ ອາຣັບບີ ຊາອຸດິ ຄຽງຄູ່ກັບການຍິງທຳລາຍບັນດາສະຖານທີຂອງອຳນາດການປົກຄອງ ຊີຣີ ແລະ ຊາວ Kurd.