ທ່ານປະທານາທິບໍດີ Putin
(vovworld) – ການນຳ 3 ປະເທດ ລັດເຊຍ, ເຢຍລະມັນ, ຝຣັ່ງ ໄດ້ເຫັນດີເປັນເອກະສັນພົບປະ ແລະ ປຶກສາຫາລືກ່ຽວກັບສະພາບການຢູແກຼນ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (ຈີ20), ຄາດວ່າຈະດຳເນີນໄປໃນລະຫວ່າງວັນທີ 4 ແລະ 5/9 ຈະມາເຖິງຢູ່ ຈີນ. ຖະແຫຼງການຂອງວັງ Kremlin ໃນວັນທີ 23/8 ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ຄູ່ຕຳແໜ່ງ ຝຣັ່ງ Francois Hollande. ການນຳ ລັດເຊຍ ຖືວ່າ: Kiev ໄດ້ມີ “ບັນດາການກະທຳເກາະຜິດ” ຢູ່ແຫຼມ Crimea. ພ້ອມທັງ, ຝ່າຍຕ່າງໆໄດ້ສະແດງຄວາມວິຕົກວັງວົນຕໍ່ໜ້າສະພາບຄວາມເຄັ່ງຕຶງຢູ່ ຢູແກຼນ ກໍ່ຄືຄວາມຂາດສະຖຽນລະພາບຢູ່ພາກຕາເວັນອອກໃນໄລຍະທີ່ຜ່ານມາ.