ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໂອ້ລົມທາງໂທລະສັບກັບການນຳ ຝຣັ່ງ, ເຢຍລະມັນ
(ພາບ: Reuters)
(vovworld) – ວັນທີ 8/7, ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ຄູ່ຕຳແໜ່ງ ຝຣັ່ງ Francois Hollande ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ມີການໂອ້ລົມທາງໂທລະສັບປຶກສາຫາລືກ່ຽວກັບວິກິດການຢູ່ ຢູແກຼນ, ໃນນັ້ນ, ບັນດາຝ່າຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງບັນລຸມາດຕະການການເມືອງໜຶ່ງໃຫ້ແກ່ການປະທະກັນຢູ່ເຂດ Donbass (ພາກຕາເວັນອອກ ຢູແກຼນ). ບັນດາການນຳນີ້ກໍ່ໄດ້ສະແດງຄວາມວິຕົກວັງວົນກ່ຽວກັບບັນດາການກະທຳລະເມີດຄຳສັ່ງຢຸດຍິງເປັນປະຈຳຢູ່ເຂດຕາເວັນອອກ ຢູແກຼນ. ທ່ານ Putin ສະເໜີບັນດາການນຳ ຝຣັ່ງ ແລະ ເຢຍລະມັນ ມີການກະທົບຢ່າງຕັ້ງໜ້າກ່ວາອີກກັບຝ່າຍ Kiev ໃນການພົບປະຕາມແຜນການລະຫວ່າງເຂົາເຈົ້າກັບທ່ານປະທານາທິບໍດີ ຢູແກຼນ Petro Poroshenko ຢູ່ນະຄອນຫຼວງ Warsaw (ປະເທດ ໂປໂລຍ). ການນຳ ລັດເຊຍ, ຝຣັ່ງ, ເຢຍລະມັນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງແລກປ່ຽນກົດລະບຽບນິຕິກຳພິເສດໃຫ້ແກ່ເຂດຕາເວັນອອກ ຢູແກຼນ, ປະຕິບັດການປະຕິຮູບລັດຖະທຳມະນູນ, ຄຳສັ່ງອະໄພຍະໂທດ ແລະ ບັນດາການເລືອກຕັ້ງຂັ້ນທ້ອງຖິ່ນ.