ການນຳລັດເຊຍແລະຢູແກຼນໂອ້ລົມທາງໂທລະສັບ
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຢູແກຼນ Petro Poroshenko (ເບື້ອງຊ້າຍ)
(ພາບ: vietnamplus.vn)
(vovworld) - ວັນທີ 27/11, ວັງ Kremlin ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຢູແກຼນ Petro Poroshenko ໃນຕອນບ່າຍວັນທີ 26/11, ເພື່ອປຶກສາຫາລືກ່ຽວກັບສາຍພົວພັນ 2 ຝ່າຍກໍ່ຄືສະພາບການຢູ່ພາກຕາເວັນອອກສ່ຽງໃຕ້ ຢູແກຼນ. ຕາມບົດລາຍງານຂອງວັງ Kremlin ແລ້ວ, ການໂອ້ລົມທາງໂທລະສັບໄດ້ດຳເນີນໄປຕາມຂໍ້ລິເລີ່ມຂອງຝ່າຍ ຢູແກຼນ ໃນສະພາບການການໃຊ້ຄວາມຮຸນແຮງຢູ່ພາກຕາເວັນອອກ ຢູແກຼນ ຍັງຄົງສືບຕໍ່ເກີດຂຶ້ນ ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງທີ່ບັນລຸໄດ້ເມື່ອເດືອນ 9 ຜ່ານມາຢູ່ນະຄອນຫຼວງ Minsk ຂອງ ເບລາຣຸດ ລະຫວ່າງອຳນາດການປົກຄອງ ກີແອບ ກັບກຳລັງທວງເອົາເອກະລາດຢູ່ ຢູແກຼນ ຕາເວັນອອກ. ເຖິງຢ່າງໃດກໍ່ຕາມ, ບົດລາຍງານບໍ່ໃຫ້ຮູ້ເນື້ອໃນລະອຽດຂອງການໂອ້ລົມສົນທະນາເທື່ອ.