ການນຳລັດ, ລັດຖະບານ ຫວຽດນາມ ຕ້ອນຮັບການນຳບັນດາປະເທດ ມາຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) -ເມື່ອພົບປະກັບທ່ານປະທານປະເທດ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ສ. ເກົາຫລີ Han Deok-Su ລ້ວນແຕ່ຕີລາຄາວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ; ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ ພາກພື້ນ ແລະໃນໂລກ
ການນຳລັດ, ລັດຖະບານ ຫວຽດນາມ ຕ້ອນຮັບການນຳບັນດາປະເທດ ມາຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1 ທ່ານປະທານປະເທດ ຫວຽດນາມໂຕເລີມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສ. ເກົາຫລີ Han Deok-Su .(ພາບ:VOV)

ວັນທີ 25 ກໍລະກົດ, ຢູ່ ຮ່າໂນ້ຍ ເມື່ອຕ້ອນຮັບທ່ານນາຍົກລັດຖະມົນຕີ ສ. ເກົາຫລີ Han Deok-Su ເນື່ອງໃນໂອກາດມາ ຫວຽດນາມເຂົ້າຮ່ວມພິທີວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວຽດນາມໂຕເລີມ ໄດ້ຢືນຢັນ: ເລື່ອງທ່ານນາຍົກລັດຖະມົນຕີ Han Deok-Su ນຳຫນ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ສ.ເກົາຫລີ ໄປຍັງ ຫວຽດນາມ ເພື່ອວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນສະແດງໃຫ້ເຫັນວ່າ ລັດຖະບານ ສ.ເກົາຫລີ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ -  ສ.ເກົາຫລີ ເປັນສຳຄັນພິເສດ. ທ່ານປະທານປະເທດ ໂຕເລີມ ປາດຖະຫນາຢາກສອງປະເທດ ສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນທຸກຂົງເຂດໃຫ້ເລິກເຊິ່ງ, ແທດຈິງ ແລະມີປະສິດທິຜົນກວ່າອີກ.

ການນຳລັດ, ລັດຖະບານ ຫວຽດນາມ ຕ້ອນຮັບການນຳບັນດາປະເທດ ມາຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ເກົາຫລີ Han Deok-Su.(ພາບ:Dương Giang/TTXVN)

ໃນວັນດຽວກັນ, ເມື່ອຕ້ອນຮັບທ່ານນາຍົກລັດຖະມົນຕີ Han Deok-Su, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກວ່າ: ຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ຍາມໃດກໍ່ຖືເປັນສຳຄັນ ແລະມີການປະກອບສ່ວນຫລາຍຢ່າງໃຫ້ແກ່ການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ສ.ເກົາຫລີ. ທ່ານນາຍົກລັດຖະມົນຕີ ຖືວ່າ: ສອງຝ່າຍຄວນສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ,ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະການຮ່ວມມືພັດທະນາ, ໃນນັ້ນສູ້ຊົນສຳເລັດຄາດໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 100 ຕື້ USD ແລະ ມຸ່ງໄປເຖິງຄາດໝາຍ 150 ຕື້ USD ໃນປີ 2030 ໂດຍໄວ.

ເມື່ອພົບປະກັບທ່ານປະທານປະເທດ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ສ. ເກົາຫລີ Han Deok-Su ລ້ວນແຕ່ຕີລາຄາວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ; ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ ພາກພື້ນ ແລະໃນໂລກ; ປາດຖະຫນາຢາກພ້ອມກັບ ຫວຽດນາມ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເຂົ້າສູ່ລວງເລິກ, ແທດຈິງ,      ແລະມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ.

ການນຳລັດ, ລັດຖະບານ ຫວຽດນາມ ຕ້ອນຮັບການນຳບັນດາປະເທດ ມາຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 3

ທ່ານປະທານປະເທດ ໂຕເລີມ ຕ້ອນຮັບທ່ານ Hun Sen, ປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ.(ພາບ:VOV)

ຕອນບ່າຍວັນດຽວກັນ, ເມື່ອຕອ້ນຮັບທ່ານ Hun Sen, ປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ, ທ່ານປະທານປະເທດ ໂຕເລີມ ສະແດງຄວາມຂອບອົກຂອບໃຈ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ກຳປູເຈຍ CPP, ກະສັດ ແລະບັນດາສະຫາຍການນຳຂັ້ນສູງ ກຳປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່, ແມ່ນສະແດງໃຫ້ເຫັນການພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ກຳປູເຈຍ. ທ່ານ ຢືນຢັນ: ຫວຽດນາມພ້ອມກັບ ກຳປູເຈຍ ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ.

ເມື່ອຕ້ອນຮັບທ່ານລັດຖະມົນຕີ ກະຊວງນັກຮົບເກົ່າ ແລະຜູ້ມີຄຸນງາມຄວາມດີ ອານເຊຣີ Laid Rebigua, ທ່ານປະທານປະເທດ ໂຕເລີມ ເນັ້ນຫນັກວ່າ: ຫວຽດນາມ ຈະເຄົາລົບ ແລະຈົດຈ່ຳອາລົມຈິດອັນລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນ ອານເຊຣີ ຕະຫລອດໄປ.

ຕ້ອນຮັບທ່ານ Ajit Doval, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ, ທ່ານປະທານ ໂຕເລີມ ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນ ອິນເດຍ, ນາຍົກລັດຖະມົນຕີ Narendra Modi ແລະທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ໄດ້ສະຫງວນອາລົມຈິດພິເສດຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຄືຮຽງບ່າຮຽງໄຫລ່ພ້ອມກັບການນຳ ແລະ ປະຊາຊົນ ຫວຽດນາມ ໃນຊ່ວງເວລາໂສກເສົ້ານີ້, ນັ້ນເປັນການສະແດງຄວາມສະຫນິດຕິດພັນ ໄມຕິຈິດອັນເລິກເຊິ່ງລະຫວ່າງສອງປະເທດ, ສອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ