ການນຳສປປເກົາຫຼີໄດ້ຮັບໜ້າທີ່ຕຳແໜ່ງໃໝ່
ທ່ານ Kim Jong Un
(ພາບ: Reuters/KCNA)
(vovworld)- ໃນວັນທີ 29/6, ທີ່ສະໄໝ ຄັ້ງທີ 4 ຂອງກອງປະຊຸມປະຊາຊົນສູງສຸດ ຊຸດທີ 13 (ສະພາແຫ່ງຊາດ) ສປປ ເກົາຫຼີ, ຜູ້ນຳ ທ່ານ Kim Jong Un ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການແຫ່ງລັດໃໝ່ ທີ່ຫາໄດ້ຮັບການສ້າງຕັ້ງ, ຫຼືເອີ້ນວ່າ: ຄະນະກຳມະການລັດຖະບານ. ຂໍ້ຕົກລົງຂ້າງເທິງແມ່ນປ່ຽນແທນໃຫ້ຕຳແໜ່ງກ່ອນນີ້ ຂອງທ່ານ Kim Jong Un ແມ່ນປະທານຜູ້ທຳອິດ ຄະນະກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບ, ທີ່ເຄີຍໄດ້ມອບໃຫ້ການນທ່ານນີ້ ຢູ່ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ສປປ ເກົາຫຼີ ທີ່ດຳເນີນ ໃນປີ 2012. ທ່ານ Kim Jong Un ປະຈຸບັນກໍ່ດຳລົງຕຳແໜ່ງ ເປັນປະທານພັກອອກແຮງງານ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດ ຂອງກອງທັບປະຊາຊົນ ສປປ ເກົາຫຼີ.