ການນຳຫວຽດນາມພວມຄິດໄລ່ຊັ່ງຊາມາດຕະການຕໍ່ສູ້ດ້ວຍນິຕິກຳຕາມກົດໝາຍສາກົນ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ
|
(vovworld)-ວັນທີ 30/5, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງໄດ້ຕອບສຳພາດຕໍ່ນັກຂ່າວຂ່າວສານ Bloomber ຂອງ ອາເມລິກາ ກ່ຽວກັບສະພາບການເສດຖະກິດ ສັງຄົມ ຫວຽດນາມ ໃນ 5 ເດືອນຕົ້ນປີ 2014 ແລະ ກໍລະນີ ຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ.
ກ່ຽວກັບສະພາບການເສດຖະກິດຫວຽດນາມໃນ 5 ເດືອນຕົ້ນປີ 2014, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ເສດຖະກິດ ຫວຽດນາມ ໃນ 5 ເດືອນຕົ້ນປີ 2014 ພວມພັດທະນາຢ່າງຕັ້ງຫນ້າ. ເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີ, ການສະສົມເງິນຕາຕ່າງປະເທດຢູ່ໃນລະດັບສູງ, ການສົ່ງອອກເພີ່ມຂຶ້ນປະມານ 16%, ຄາດວ່າ GDP ໃນປີ 2014 ເພີ່ມຂຶ້ນປະມານ 5,8%.
ກ່ຽວຂ້ອງເຖິງກໍລະນີຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະເຂດໄຫລ່ທະວີບຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈ້ງວ່າ: ການກະທຳຂອງຈີນ ແມ່ນລະເມີດອະທິປະໄຕຂອງຫວຽດນາມ, ລະເມີດກົດໝາຍສາກົນ ແລະ ຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(DOC), ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ຫວຽດນາມ ເດັດດ່ຽວ ຕໍ່ສູ້ ແລະ ຮຽກຮ້ອງ ຈີນ ຖອນຮ້ານເຈາະນ້ຳມັນອອກຈາດເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາອະທິປະໄຕເຂດທະເລຂອງຕົນ ໂດຍສັນຕິວິທີ. ການນຳຫວຽດນາມ ພວມຄິດໄລ່ຊັ່ງຊາມາດຕະການຕໍ່ສູ້ດ້ວຍນິຕິກຳຕາມກົດໝາຍສາກົນ.
ກ່ຽວກັບການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວກັບຈີນ ໃນສະພາບປະຈຸບັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຖືວ່າ:ມາຮອດປະຈຸບັນ ການພົວພັນຮ່ວມມືດ້ານເສດຖະກິດ ການຄ້າ, ການລົງທຶນ, ທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ຈີນ ຍັງຄົງສືບຕໍ່ດຳເນີນໄປເປັນປົກກະຕິ. ເລື່ອງຈີນ ລ່ວງລ້ຳອະທິປະໄຕເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບ ຂອງຫວຽດນາມ ໄດ້ສົ່ງຜົນສະທ້ອນບາງຢ່າງເຖິງຂົງເຂດເສດຖະກິດຈຳນວນຫນຶ່ງ. ຫວຽດນາມ ໄດ້ມີບາງມາດຕະການຮັບມືຢ່າງເໝາະສົມ.